ຫວຽດນາມ ລົງທຶນຈຳນວນເງິນກ່ວາ 3,7 ຕື້ໂດລາສະຫະລັດ ເຂົ້າເຂດສາມຫຼ່ຽມພັດທະນາຂຶ້ນກັບລາວ ແລະ ກຳປູເຈຍ

(VOVWORLD) - ກອງປະຊຸມໄດ້ຕີລາຕາໝາກຜົນແຫ່ງການຊຸກຍູ້ວຽກງານສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຂອງແຕ່ລະປະເທດ ແລະ ຂອງທ້ອງຖິ່ນຕ່າງໆໃນ ບັນດາແຂວງໃນເຂດ CLV
ຫວຽດນາມ ລົງທຶນຈຳນວນເງິນກ່ວາ 3,7 ຕື້ໂດລາສະຫະລັດ ເຂົ້າເຂດສາມຫຼ່ຽມພັດທະນາຂຶ້ນກັບລາວ ແລະ ກຳປູເຈຍ - ảnh 1ກອງປະຊຸມຈັດຂຶ້ນຢູ່ແຂວງ ອັດຕະປື, ສປປ ລາວ
(ພາບ:Phạm Kiên/TTXVN)

ຕອນເຊົ້າວັນທີ 27 ກຸມພາ, ຢູ່ແຂວງ ອັດຕະປື, ທາງພາກໃຕ້ລາວ, ໄດ້ໄຂກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ (CLV) ຄັ້ງທີ 13. ເຂົ້າຮ່ວມກອງປະຊຸມມີບັນດາຜູ້ຕາງໜ້າເຊິ່ງເປັນການນຳບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງ 3 ປະເທດ; ຄະນະປົກຄອງ, ບັນດາພະແໜກ, ຂະແໜງການ ແລະ ວິສາຫະກິດຂອງ 13 ແຂວງ ເຂດ 3 ຫຼ່ຽມພັດທະນາ, ລວມມີ: ກອນຕຸມ, ຢາລາຍ, ດັກລັກ, ດັກນົງ, ບິ່ງເຟືອກ (ຫວຽດນາມ); ເຊກອງ, ອັດຕະປື, ສາລາວັນ, ຈຳປາສັກ (ສປປ ລາວ) ແລະ Stung Treng, Rattanakiri, Mondul Kiri, Kratie (ປະເທດ ກຳປູເຈຍ).

        ກອງປະຊຸມໄດ້ຕີລາຕາໝາກຜົນແຫ່ງການຊຸກຍູ້ວຽກງານສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຂອງແຕ່ລະປະເທດ ແລະ ຂອງທ້ອງຖິ່ນຕ່າງໆໃນ ບັນດາແຂວງໃນເຂດ CLV; ຜ່ານນັ້ນໄດ້ຕີລາຄາສະພາບການ, ກຳນົດສິ່ງຈຳກັດ, ຄວາມຫຍຸ້ງຍາກ, ກາລະໂອກາດ ແລະ ຍົກອອກມາດຕະການແກ້ໄຂອັນແທດຈິງ, ມີຄວາມສະໜິດຕິດພັນກ່ວາໃນແຕ່ລະຂົງເຂດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ເພື່ອມີການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນ ໃນການດຶງດູດບັນດາແຫຼ່ງກຳລັງ, ຂຸດຄົ້ນນຳໃຊ້ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ຂອງແຕ່ລະທ້ອງຖິ່ນ, ແຕ່ລະປະເທດຢູ່ເຂດ CLV, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວທຸກຍາກ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງສາມປະເທດ ຫວຽນາມ - ລາວ - ກຳປູເຈຍ.

        ໃນເຂດສາມຫຼ່ຽມພັດທະນາຂຶ້ນກັບລາວ ແລະ ກຳປູເຈຍ, ຫວຽດນາມ ມີ 110 ໂຄງການລົງທຶນດ້ວຍທຶນຈົດທະບຽນລົງທຶນກ່ວາ 3,7 ຕື້ໂດລາສະຫະລັດ (ກວມກ່ວາ 24% ຍອດຈຳນວນໂຄງການ ແລະ ກ່ວາ 44% ທຶນຈົດທະບຽນລົງທຶນຢູ່ລາວ ແລະ ກຳປູເຈຍ ເວົ້າລວມ).

ຕອບກັບ

ຂ່າວ/ບົດ​ອື່ນ