ຫວຽດນາມ ລົງນາມໃນສັນຍາຖ່າຍທອດເຕັກໂນໂລຊີກ່ຽວຂ້ອງເຖິງວັກຊິນກັນໂຄວິດ-19 ຈຳນວນ 3 ສະບັບ

(VOVWORLD) -ປະຈຸບັນມີສັນຍາ 3 ສະບັບກ່ຽວກັບການຖ່າຍທອດເຕັກໂນໂລຊີກ່ຽວຂ້ອງເຖິງວັກຊິນກັນໂຄວິດ-19 ເຊິ່ງໄດ້ລົງນາມກັບບັນດາຄູ່ຮ່ວມມືຢູ່ ລັດເຊຍ, ອາເມລິກາ, ຍີ່ປຸ່ນ.
ຫວຽດນາມ ລົງນາມໃນສັນຍາຖ່າຍທອດເຕັກໂນໂລຊີກ່ຽວຂ້ອງເຖິງວັກຊິນກັນໂຄວິດ-19 ຈຳນວນ 3 ສະບັບ - ảnh 1(ພາບປະກອບ: Reuters)

ຕອນບ່າຍວັນທີ 27 ກໍລະກົດ, ທ່ານສາດສະດາຈານ ຫງວຽນໂງກວາງ, ຮອງຫົວໜ້າກົມວິທະຍາສາດ, ເຕັກໂນໂລຊີ ແລະ ບຳລຸງສ້າງ, ກະຊວງສາທາລະນະສຸກຫວຽດນາມ, ໃຫ້ຮູ້ວ່າ ປະຈຸບັນມີສັນຍາ 3 ສະບັບກ່ຽວກັບການຖ່າຍທອດເຕັກໂນໂລຊີກ່ຽວຂ້ອງເຖິງວັກຊິນກັນໂຄວິດ-19 ເຊິ່ງໄດ້ລົງນາມກັບບັນດາຄູ່ຮ່ວມມືຢູ່ ລັດເຊຍ, ອາເມລິກາ, ຍີ່ປຸ່ນ.

ຕາມນັ້ນແລ້ວ, ບໍລິສັດ Vabiotech ຈຳກັດຜູ້ດຽວ ພ້ອມກັບບໍລິສັດຫຸ້ນສ່ວນກ້າວໜ້າສາກົນ (AIC) ແລະ ບໍລິສັດ Shionogi ຍີ່ປຸ່ນ ໄດ້ລົງນາມໃນຂໍ້ຕົກລົງຖ່າຍທອດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19. ຄາດວ່າ, ເດືອນ ມິຖຸນາ 2022 ຈະສຳເລັດບັນດາການເຄື່ອນໄຫວ ແລະ ນຳວັກຊິນອອກສູ່ຕະຫຼາດ.

ບໍລິສັດ DS-Bio, ບໍລິສັດ Vabiotech ຈຳກັດຜູ້ດຽວ ແລະ ກອງທຶນລົງທຶນໂດຍກົງສະຫະພັນລັດເຊຍ, ໄດ້ລົງນາມຂໍ້ຕົກລົງໂຄງການຖ່າຍທອດເຕັກໂນໂລຊີ, ຕາມນັ້ນແລ້ວວິສາຫະກິດ ຫວຽດນາມ ຮັບຂັ້ນຕອນໃສ່ກ້ອງວັກຊິນ Sputnik-V ຈາກຜະລິດຕະພັນເຄິ່ງສຳເລັດຮູບ. Vabiotech ໄດ້ສົ່ງຕົວຢ່າງໄປສະຫະພັນ ລັດເຊຍ ເພື່ອກວດກາຄຸນນະພາບ. ຄາດວ່າ, ຮອດວັນທີ 10 ສິງຫາ ຈະມີຜົນກວດກາຕີລາຄາ ເພື່ອໃຫ້ Vabiotech ສາມາດດຳເນີນການໃສ່ກ້ອງດ້ວຍຂອບຂະໜາດ 5 ລ້ານໂດສ/ເດືອນ, ກ້າວໄປເຖິງການຖ່່າຍທອດດ້ວຍຂອບຂະໜາດ 100 ລ້ານໂດສ/ປີ.

ສຳລັບບັນດາໂຄງການຄົ້ນຄວ້າຖ່າຍທອດເຕັກໂນໂລຊີກັບຄູ່ຮ່ວມມືຢູ່ ອາເມລິກາ, ປະຈຸບັນ ກະຊວງສາທາລະນະສຸກຫວຽດນາມ ໄດ້ຈັດສົ່ງກຸ່ມນັກຊ່ຽວຊານສົມທົບກັບອົງການອະນາໄມສາກົນ (WHO) ໜູນຊ່ວຍຫົວໜ່ວຍທີ່ກ່ຽວຂ້ອງສ້າງສຳເນົາທົດລອງເບື້ອງຕົ້ນໄລຍະ 1-2-3 ຕາມຂັ້ນຕອນເຮັດໃຫ້ກະທັດລັດ, ຄາດວ່າຈະເລີ່ມເຄື່ອນໄຫວການຄົ້ນຄວ້າໃນວັນທີ 01 ສິງກາ ແລະ ສິ້ນສຸດລົງໃນທ້າຍເດືອນ ທັນວາ 2021. ເລື່ອງຖ່າຍຖອດເຕັກໂນໂລຊີ ແລະ ສ້າງໂຮງງານຜະລິດວັກຊິນ ສຳເລັດຢູ່ ຫວຽດນາມ ຈະສຳເລັດໃນເດືອນ ມິຖຸນາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ