ຫວຽດນາມ - ລັດເຊຍ ລົງນາມໃນເອກະສານຫຼາຍສະບັບທີ່ສຳຄັນ

ຫວຽດນາມ - ລັດເຊຍ ລົງນາມໃນເອກະສານຫຼາຍສະບັບທີ່ສຳຄັນ - ảnh 1
ທ່ານ​ຮອງ​ນາ​ຍົດ​ລັດຖະມົນຕີ Hoang Trung Hai
ພົບປະກັບທ່ານ​ຮອງ​ນາຍົກລັດຖະມົນຕີທີ່ໜຶ່ງ Igor Shuvalov
(ພາບ: VGP)

(vovworld) -     ​ໃນ​ຂອບ​ເຂດ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 15 ຄະນະ​ກຳມາທິການ​ລະຫວ່າງ​ລັດຖະບານຫວຽດນາມ - ສະຫະພັນ​ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ມົດສກູ, ທ່ານ​ຮອງ​ນາ​ຍົດ​ລັດຖະມົນຕີ ທັງ​ເປັນ​ປະທານ​ຄະນະ​ກຳມາທິການ​ຫວຽດນາມ - ລັດ​ເຊຍ Hoang Trung Hai ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີທີ່ໜຶ່ງ ທັງ​ເປັນ​ປະທານ​ຄະນະ​ກຳມາທິການລັດ​ເຊຍ - ຫວຽດນາມ Igor Shuvalov ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ ​ແລະ ຂໍ້​ຕົງ​ລົງ​ກ່ຽວ​ກັບກອງ​ປະຊຸມ​ຄັ້ງ​ທີ 16 ຂອງ​ຄະນະ​ກຳມາທິການ ​ເຊິ່ງຈະ​​ດຳ​ເນີນ​​ຢູ່​ຮ່າ​ໂນ້ຍ ​ໃນ​ທ້າຍ​ປີ 2013. ຮອງ​ນາຍົກລັດຖະມົນຕີ​ສອງ​ທ່ານ​​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​​ໃນຖະ​ແຫຼ​ງການ​ກ່ຽວ​ກັບວິວັດທະນາ​ການ​ປະຕິບັດ​ແຜນການ​​ເຄື​່ອນ​ໄຫວ​ຮ່ວມມື​ຫວຽດນາມ - ສະຫະ​ພັນ​ລັດ​ເຊຍ ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ຮອດ​ປີ 2015, ພ້ອມ​ທັງ​ຕົກລົງ​ສ້າງ​ຕັ້ງໜ່ວຍປະຕິບັດ​ງານ​ລວມຂັ້ນ​ສູງ​ໂດຍລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽ​ດນາມ ​ແລະ ລັດຖະມົນຕີ​ກະຊວງພັດທະນາ​ເສດຖະກິດ​ສະຫະພັນ​ລັດ​ເຊຍ​ນຳ​ໜ້າ, ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ກໍ​ແລກປ່ຽນ ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ, ກະສິກຳ, ທ່ອງ​ທ່ຽວ, ການ​ເງິນ…

ຂ່າວ/ບົດ​ອື່ນ