ຫວຽດ​ນາມ ລື່ນຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ກ່ຽວ​ກັບ​​ລະ​ດັບ​ຄວາມ​ໄວ​ໃນການສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຍ້ອນ “ຍຸດ​ທະ​ສາດ​ການ​ທູດ​ວັກ​ຊິນ”

(VOVWORLD) - ຢູ່ ອາຊີ, ອັດຕາຜູ້ໄດ້ສັກວັກຊິນຢູ່ ຫວຽດນາມ ແມ່ນສູງກວ່າ ໄທ, ລາວ, ຟີລິບປິນ, ອິນເດຍ ແລະ ອິນໂດເນເຊຍ. ຢູ່ນອກທະວີບ ອາຊີ, ຫວຽດນາມ ມີອັດຕາຜູ້ໄດ້ສັກວັກຊິນຕ່ຳກວ່າ ອາເມລິກາ ພຽງແຕ່ 2 ຂັ້ນເທົ່ານັ້ນ.
ຫວຽດ​ນາມ ລື່ນຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ກ່ຽວ​ກັບ​​ລະ​ດັບ​ຄວາມ​ໄວ​ໃນການສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຍ້ອນ “ຍຸດ​ທະ​ສາດ​ການ​ທູດ​ວັກ​ຊິນ” - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 (ພາບ: TTXVN/Vietnam+)

ເວັບໄຊ covidvax.live ເຊິ່ງເປັນເວັບໄຊອັບເດດສະເພາະກ່ຽວກັບລະດັບຄວາມໄວການສັກວັກຊິນ ໃນໂລກ ໃຫ້ຮູ້ວ່າ ໄລ່ຮອດວັນທີ 27 ທັນວາ, ຫວຽດນາມ ໄດ້ກາຍເປັນປະເທດຢືນອັນດັບທີ 53 ໃນໂລກທີ່ບັນລຸເປົ້າໝາຍສັກວັກຊິນກັນພະຍາດໂຄວິດ - 19 ຄົບ 2 ເຂັມໃຫ້ແກ່ປະຊາກອນ 70%. ຕາມເວັບໄຊດັ່ງກ່າວແລ້ວ, ປັດຈຸບັນ, ຫາກໍມີ 63 ໃນຈຳນວນກວ່າ 220 ປະເທດ ແລະ ເຂດແຄວ້ນ ບັນລຸໄດ້ເປົ້າໝາຍດັ່ງກ່າວ.

        ຢູ່ ອາຊີ, ອັດຕາຜູ້ໄດ້ສັກວັກຊິນຢູ່ ຫວຽດນາມ ແມ່ນສູງກວ່າ ໄທ, ລາວ, ຟີລິບປິນ, ອິນເດຍ ແລະ ອິນໂດເນເຊຍ. ຢູ່ນອກທະວີບ ອາຊີ, ຫວຽດນາມ ມີອັດຕາຜູ້ໄດ້ສັກວັກຊິນຕ່ຳກວ່າ ອາເມລິກາ ພຽງແຕ່ 2 ຂັ້ນເທົ່ານັ້ນ. ວົງການນັກວິຊາການໄດ້ຕີລາຄາວ່າ ລະດັບຄວາມໄວໃນການສັກວັກຊິນກັນພະຍາດໂຄວິດ - 19 ຂອງ ຫວຽດນາມ ແມ່ນສູງກວ່າເມື່ອທຽບໃສ່ລະດັບທີ່ໄດ້ຄາດຄະເນຕອນໃນຕົ້ນປີ 2021 ນັ້ນແມ່ນ ຕ້ອງຮອດເດືອນເມສາ 2022, ຫວຽດນາມ ຈຶ່ງບັນລຸໄດ້ອັດຕາດັ່ງກ່າວ.  

        ຕາມສຳນັກຂ່າວສານ Sputnik (ລັດເຊຍ), ໃນເວລາພຽງສັ້ນໆ, ຫວຽດນາມ ຈາກປະເທດທີ່ມີອັດຕາຜູ້ໄດ້ສັກວັກຊິນຕ່ຳ ໄດ້ກາຍເປັນໜຶ່ງໃນບັນດາປະເທດຜັນຂະຫຍາຍການສັກວັກຊິນໄວແຖວໜ້າໂລກ ຍ້ອນໄດ້ປະຕິບັດຍຸດທະສາດການທູດວັກຊິນຢ່າງບໍ່ຢຸດຢັ້ງ.

        ຕາມການສັງເກດຂອງບັນດານັກຊ່ຽວຊານກ່ຽວກັບການພົວພັນສາກົນແລ້ວ,  ຄວາມຫຍຸ້ງຍາກຂອງຍຸດທະສາດການທູດວັກຊິນຂອງ ຫວຽດນາມ ໄດ້ຮັບການແກ້ໄຂຕາມລວງກວ້າງ ໂດຍຜ່ານການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຂອງການນຳ ຫວຽດນາມ ຫຼາຍຄັ້ງ. ຜ່ານຍຸດທະສາດການທູດວັກຊິນ, ການທູດ ຫວຽດນາມ ໄດ້ເສີມຂະຫຍາຍບົດບາດນຳໜ້າໃນການແກ້ໄຂສິ່ງທ້າທາຍໄດ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ