ຫວຽດນາມ ລອດເຂົ້າ Top 5 ໃນການສອບເສັງນັກຮຽນເກັ່ງທົ່ວໂລກ ຢູ່ ອາຟະລິກາໃຕ້

(VOVWORLD) -ຫວຽດນາມ ຍາດໄດ້ລາງວັນຊະນະເລີດ 02 ລາງວັນ, ຫຼຽນຄໍາ 04 ຫຼຽນ ແລະ ຫຼຽນເງິນ 5 ຫຼຽນ ທີ່ການສອບເສັງຄະນິດສາດໜຸ່ມ ສາກົນ IMC 2019 ເຊິ່ງດໍາເນີນໃນລະຫວ່າງວັນທີ 01 – 06 ສິງຫາ ຢູ່ນະຄອນ Durban, ອາຟະລິກາໃຕ້. 

ທີມນັກຮຽນມັດທະຍົມສຶກສາຂອງຫວຽດນາມ  ລອດເຂົ້າ Top 5 ຂອງໂລກ ພາຍຫຼັງນັກຮຽນ 15 ຄົນ ຂອງ ໂຮງຮຽນ ຮ່າໂນ້ຍ - Amsterdam, ຫວຽດນາມ ຍາດໄດ້ລາງວັນຊະນະເລີດ 02 ລາງວັນ, ຫຼຽນຄໍາ 04 ຫຼຽນ ແລະ ຫຼຽນເງິນ 5 ຫຼຽນ ທີ່ການສອບເສັງຄະນິດສາດໜຸ່ມ ສາກົນ IMC 2019 ເຊິ່ງດໍາເນີນໃນລະຫວ່າງວັນທີ 01 – 06 ສິງຫາ ຢູ່ນະຄອນ Durban, ອາຟະລິກາໃຕ້. ລະອຽດແມ່ນ ໃນການສອບເສັງສ່ວນບຸກຄົນ, ຄະນະຫວຽດນາມ ຍາດໄດ້ຫຼຽນຄໍາ 04 ຫຼຽນ, ຫຼຽນເງິນ 5 ຫຼຽນ ແລະ ລາງວັນຊົມເຊີຍ 1 ລາງວັນ. ສ່ວນການສອບເສັງເປັນທີມ ຫວຽດນາມ ຍາດໄດ້ລາງວັນຊະນະເລີດ 02 ລາງວັນ, ລາງວັນທີໜຶ່ງ 1 ລາງວັນ ແລະ ລາງວັນທີສອງ 2 ລາງວັນ.

        ນອກຈາກເຂົ້າຮ່ວມການສອບເສັງແລ້ວ, ຄະນະນັກຮຽນຫວຽດນາມ ຍັງໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆຄື ຫຼີ້ນເກມ puzzle challenge, ໄປທັດສະນະສຶກສາ ແລະ ພົບປະແລກປ່ຽນວັດທະນະທໍານໍາໝູ່ເພື່ອນປະເທດຕ່າງໆອີກດ້ວຍ.

        ການສອບເສັງ IMC ແມ່່ນການສອບເສັງວິຊາຄະນິດສາດລະດັບສາກົນ ໂດຍບັນດາປະເທດສະມາຊິກຜັດປ່ຽນກັນຈັດຂຶ້ນປະຈໍາປີ ເຊິ່ງສະຫງວນໃຫ້ແກ່ນັກຮຽນເກັ່ງທີ່ມາຈາກ 40 ປະເທດ ແລະ ເຂດແຄວ້ນໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ