ຫວຽດ​ນາມ ລອດ​ເຂົ້າກຸ່ມ​ບັນ​ດາ​ພື້​ນ​ຖານ​ເສດ​ຖະ​ກິດ​ກ້າວ​ໜ້າ​ທີ່​ສຸດ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ​ທົ່ວ​ໂລກ

(VOVWORLD) -        ປີ 2020 ແມ່ນປີທີສອງຢ່າງລຽນຕິດ ທີ່ຫວຽດນາມ ຢືນອັນດັບທີ 42 ໃນຕາຕະລາງຈັດອັນດັບການປ່ຽນແປງໃໝ່, ປະດິດຄິດສ້າງທົ່ວໂລກ. 
ຫວຽດ​ນາມ ລອດ​ເຂົ້າກຸ່ມ​ບັນ​ດາ​ພື້​ນ​ຖານ​ເສດ​ຖະ​ກິດ​ກ້າວ​ໜ້າ​ທີ່​ສຸດ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ​ທົ່ວ​ໂລກ - ảnh 1 ບັນດານັກວິທະຍາສາດຂອງສະຖາບັນຄົ້ນຄວ້າ ແລະ ພັດທະນາ Viettel (ພາບ: nld.com.vnvn)

ຫວຽດນາມ ກໍລອດເຂົ້າກຸ່ມ 50 ພື້ນຖານເສດຖະກິດ ທີ່ມີຄວາມກ້າວໜ້າທີ່ສຸດໃນຕາຕະລາງຈັດອັນດັບຕາມໄລຍະຕ່າງໆ.

        ຕາຕະລາງຈັດອັນດັບ ດັດຊະນີການປ່ຽນແປງໃໝ່ ແລະ ປະດິດຄິດສ້າງທົ່ວໂລກຂອງ ສປຊ (GII) ປີນີ້ ໄດ້ໄລ່ລຽງກຳລັງແກ້ງແຍ້ງຂອງ 131 ພື້ນຖານເສດຖະກິດ ໂດຍອີງຕາມ 80 ມາດຖານ ຂອງອົງການຊັບສິນທາງປັນຍາໂລກ ຂອງ ສປຊ (WIPO). ຢືນແຖວໜ້າໃນກຸ່ມບັນດາປະເທດມີລາຍຮັບປານກາງຕ່ຳ, ຫວຽດນາມ ຢືນອັນດັບທີ 42 ໃນສອງປີຢ່າງລຽນຕິດ - ຈາກອັນດັບທີ 71 ໃນປີ 2014.


 

ຕອບກັບ

ຂ່າວ/ບົດ​ອື່ນ