ຫວຽດນາມ - ລາຊະອານາຈັກ ອັງກິດ ເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຫວັງວ່າ ສອງຝ່າຍຈະເອົາໃຈໃສ່ເຖິງບາງຂົງເຂດຄື: ໜູນຊ່ວຍການຮຽນ - ການສອນພາສາ ອັງກິດ ຢູ່ ຫວຽດນາມ.
 
ຫວຽດນາມ - ລາຊະອານາຈັກ ອັງກິດ ເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມເວທີປາໄສຮ່ວມມືດ້ານການສຶກສາ ຫວຽດນາມ - ລາຊະອານາຈັກ ອັງກິດ

ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ, ຕອນເຊົ້າວັນທີ 30 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມເວທີປາໄສຮ່ວມມືດ້ານການສຶກສາ ຫວຽດນາມ - ລາຊະອານາຈັກ ອັງກິດ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຫວັງວ່າ ສອງຝ່າຍຈະເອົາໃຈໃສ່ເຖິງບາງຂົງເຂດຄື: ໜູນຊ່ວຍການຮຽນ - ການສອນພາສາ ອັງກິດ ຢູ່ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ຫວຽດນາມ ສົ່ງເສີມ, ປາດຖະໜາ ແລະ ຈະສ້າງທຸກເງື່ອນໄຂເພື່ອໃຫ້ໂຮງຮຽນມີຊື່ສຽງແຫ່ງຕ່າງໆຂອງ ອັງກິດ ເປີດສາຂາຢູ່ ຫວຽດນາມ:

        “ການພົວພັນລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ, ພິເສດແມ່ນພາຍຫຼັງສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2010 ມາຮອດປະຈຸບັນ, ມີຫຼາຍບາດກ້າວຕັ້ງໜ້າໃນທຸກຂົງເຂດ, ໃນນັ້ນ, ມີຂົງເຂດການສຶກສາ. ຂ້າພະເຈົ້າເຊື່ອໝັ້ນວ່າ ເວທີປາໄສການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ຈະເປີດໄລຍະໃໝ່ໃຫ້ແກ່ການຮ່ວມມືແບບຍືນຍົງ, ຍາວນານ, ມີປະສິດທິຜົນໃນຂົງເຂດການສຶກສາລະຫວ່າງສອງປະເທດ. ປະກອບສ່ວຮເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຂອງສອງປະເທດ. ຂ້າພະເຈົ້າຫວັງວ່າ ການພົວພັນຮ່ວມມືດ້ານການສຶກສາລະຫວ່າງສອງປະເທດໃນໄລຍະຈະມາເຖິງຈະໄດ້ຫັນເປັນລະອຽດດ້ວຍບັນດາຕົວເລກທີ່ປະທັບໃຈ.”

        ສ່ວນທ່ານຮອງປະທານສະພາຕ່ຳລາຊະອານາຈັກ ອັງກິດ Steven Smith ຢັ້ງຢືນວ່າ: ລາຊະອານາຈັກ ອັງກິດ ຢາກໜູນຊ່ວຍ ຫວຽດນາມ ພັດທະນາຂະແໜງຫຼັກແຫຼ່ງຄື: ວິທະຍາສາດເຕັກໂນໂລຊີ, ການປ່ຽນໃໝ່ຫົວຄິດປະດິດສ້າງເພື່ອຊ່ວຍໃຫ້ແຮງງານ ຫວຽດນາມ ສາມາດກ້າວເຂົ້າສູ່ສະໄໝດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ