ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ ອ​ັງ​ກິດ ເຫັນ​ດີ​ເປັນ​ເອ​ກະ​ພາບ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ, ທ່ານ Dominic Raab ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາ, ລັດຖະມົນຕີຜູ້ທີໜຶ່ງ ລາຊະອານາຈັກ ອັງກິດ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 29 – 30 ກັນຍາ.
ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ ອ​ັງ​ກິດ ເຫັນ​ດີ​ເປັນ​ເອ​ກະ​ພາບ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ - ảnh 1ການເຈລະຈາລະຫວ່າງ ຫວຽດນາມ - ອັງກິດ (ພາບ: ກະຊວງການຕ່າງປະເທດ) 

        ທີ່ການເຈລະຈາໃນວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມປາດຖະໜາ ແລະ ຄວາມຢຶດໝັ້ນໃນການສ້າງວິໄສທັດໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ອັງກິດ ໃນໄລຍະ 10 ປິ ຈະມາເຖິງ, ພ້ອມທັງຢັ້ງຢືນວ່າ ຈະພ້ອມກັນມານະພະຍາຍາມມຸ່ງໄປເຖິງການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

        ກ່ຽວກັບການພົວພັນດ້ານເສດຖະກິດ, ສອງຝ່າຍເຫັນດີຈະສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນຂອງສອງຝ່າຍເຊື່ອມຕໍ່ການຮ່ວມມື, ແລກປ່ຽນກ່ຽວກັບທິດທາງຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດສຳຄັນຄື ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືພັດທະນາ, ການສຶກສາ - ກໍ່ສ້າງ, ພັດທະນາແບບຍືນຍົງ, ພົບປະແລກປ່ຽນປະຊາຊົນ…

        ລັດຖະມົນຕີສອງທ່ານກໍເຫັນດີຈະເພີ່ມທະວີການສົມທົບກັນຊຸກຍູ້ການພົວພັນ, ຮ່ວມມືລະຫວ່າງ ອັງກິດ ກັບ ອາຊຽນ ແລະ ຈະຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍທີ່ເຂົ້າຮ່ວມກອບສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26) ເຊິ່ງ ອັງກິດ ຈະເປັນເຈົ້າພາບຈັດຕັ້ງໃນປີ 2021.

        ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍໄດ້ເນັ້ນໜັກເຖິງການສະໜັບສະໜູນຕໍ່ລັດທິຫຼາຍຝ່າຍ, ຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ ແລະ ສາກົນ, ສະໜັບສະໜູນຖະແຫຼງການຂອງປະເທດປະທານກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ແລະ ແຈ້ງການຮ່ວມຂອງກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 ໂດຍໄດ້ຢັ້ງຢືນວ່າ UNCLOS 1982 ແມ່ນກອບນິຕິບັນຍັດບໍລິຫານທຸກການກະທຳຢູ່ທະເລ ແລະ ມະຫາສະໝຸດ.

ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ ອ​ັງ​ກິດ ເຫັນ​ດີ​ເປັນ​ເອ​ກະ​ພາບ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ - ảnh 2 ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ: ກຳນົດທິດພັດທະນາ ໃນໄລຍະ 10 ປີ ຈະມາເຖິງ” (ພາບ: ກະຊວງການຕ່າງປະເທດ)

 ສິ້ນສຸດການເຈລະຈາ, ສອງຝ່າຍ ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ: ກຳນົດທິດພັດທະນາ ໃນໄລຍະ 10 ປີ ຈະມາເຖິງ”.

        ໃນຕອນບ່າຍຂອງວັນດຽວກັນ, ດ້ວຍບົດບາດເປັນປະທານ ອາຊຽນ 2020, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມອອນລາຍ Troika ເປີດ ກັບ ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ແລະ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ