ຫວຽດນາມ -ລາວ: ການພົວພັນບໍລິສຸດຜຸດຜ່ອງ, ໝັ້ນຄົງເຂັ້ມແຂງ

(VOVWORLD) - ຕອນເຊົ້າວັນທີ 6 ກໍລະກົດ, ຢູ່ບ້ານລາວໂຄ, ຕາແສງ ພຽງຄ່ວາຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ ໄດ້ຈັດຕັ້ງພິທີຕັດແຖບຜ້າເປີດສະຫຼອງ “ເຂດປູຊະນີຍະສະຖານປະຫວັດສາດການປະຕິວັດ ຫວຽດນາມ - ລາວ”. 
ຫວຽດນາມ -ລາວ: ການພົວພັນບໍລິສຸດຜຸດຜ່ອງ, ໝັ້ນຄົງເຂັ້ມແຂງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີ

ກ່ອນນີ້ກ່ວາ 65 ປີ, ພາຍໃຕ້ການອຸ້ມສູ້ຊ່ວຍເຫຼືອຂອງຄອບຄົວພໍ່ເຖົ້າ ຈ໋າງລາວໂຄ ແລະ ປະຊາຊົນບ້ານພຽງຊາ, ທ່ານປະທານ ໄກສອນ ພົມວິຫານ ແລະ ຄະນະປະຈັນບານ ລາວ - ພາກເໜືອ ລາວ ໄດ້ສ້າງຖານທີ່ໝັ້ນຂອງການປະຕິວັດລາວ ແລະ ສ້າງຕັ້ງກອງທັບ ອິດສະຫຼະ, ເຊິ່ງແມ່ນກອງທັບປະຊາຊົນລາວ ໃນປະຈຸບັນ. ເຂດປູຊະນີຍະສະຖານເປັນແຫ່ງສ້າງຂີດໝາຍຂອງນ້ຳໃຈສາມັກຄີ ສູ້ຮົບລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງປະຊາຊົນບັນດາເຜົ່າແຂວງເຊີນລາກັບບັນດາແຂວງພາກເໜືອລາວ ເວົ້າສະເພາະໃນການຕໍ່ຕ້ານຕ້ານລ່າເມືອງຂຶ້ນເຂົ້າມາຮຸກຮານ, ປົກປັກຮັກສາປະເທດຊາດ. ໂດຍຕາງໜ້າໃຫ້ພັກ, ລັດ ຫວຽດນາມ, ທີ່ພິທີເປີດສະຫຼອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ສາຍພົວພັນແບບພິເສດ, ລ້ຳຄ່າ ແລະ ສັກກະລະບູຊາແມ່ນສະແດງໃນບົດກະວີຂອງໂດຍປະທານ ໂຮ່ຈີມິນ ໄດ້ ທີ່ວ່າ: “ຮັກຫອມກັນໝາຍໝັ້ນ, ຫຼາຍສັ້ນພູກໍ່ປີນໄຕ່. ຫຼາຍນ້ຳໃຫຍ່ ແລະ ໂຄກຄ້ອຍ ກໍ່ເດີນດັ້ນດຸ່ງໄປ. ສອງຊາດລາວ - ຫວຽດ ໄດ້ ຝັ່ງຄວາມຮັກຢູ່ໃນໃຈ. ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”. ປະທານ ໄກສອນ ພົມວິຫານ ກໍ່ໄດ້ຢືນຢັນວ່າ: “ໃນປະຫວັດສາດແຫ່ງການປະຕິວັດໃນໂລກ, ມີຫຼາຍແບບຢ່າງກ່ຽວກັບນ້ຳໃຈກຳມະຊີບສາກົນ, ແຕ່ຍັງບໍ່ທັນບ່ອນໃດມີຄວາມສາມັກຄີຮ່ວມສຳພັນສູ້ຮົບພິເສດ, ຍາວນານ ແລະ ຮອບດ້ານຄືການພົວພັນ ລາວ - ຫວຽດນາມ”; “ເຖິງວ່າພູຈະຖືກເຊາະເຈື່ອນ, ແມ່ນ້ຳລຳເຊຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ - ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.”

ຫວຽດນາມ -ລາວ: ການພົວພັນບໍລິສຸດຜຸດຜ່ອງ, ໝັ້ນຄົງເຂັ້ມແຂງ - ảnh 2ຄະນະຜູ້ແທນ ຫວຽດນາມ ແລະ ລາວ ທີ່ເຂດປູຊະນີຍະສະຖານ

        ສ່ວນທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ຖືວ່າ: ເລືຶ່ອງນຳເຂດປູຊະນີຍະສະຖານປະຫວັດສາດນຳເຂົ້າເຄື່ອນໄຫວຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ກາຍເປັນບ່ອນສຶກສາໃຫ້ປະຊາຊົນ 2 ປະເທດ ພິເສດແມ່ນຊາວໜຸ່ມ, ເຍົາວະຊົນ ເຂົ້າໃຈກ່ວາກ່ຽວກັບປະຫວັດສາດຂອງການຮ່ວມສຳພັນສູ້ຮົບຂອງ 2 ປະເທດ. ໃນສະພາບການໂລກ ແລະ ພາກພື້ນມີການຜັນແປວ່ອງໄວ, ສັບສົນ, ຍາກທີ່ຄາດຄະເນລ່ວງໜ້າໄດ້, ທ່ານນາງປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ນີ້ແມ່ນຈຸດເວລາຈຳເປັນທີ່ສຸດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ 2 ປະເທດພ້ອມກັນເສີມຂະຫຍາຍ ແລະ ຮັກສາການພົວພັນນີ້ໃຫ້ນັບມື້ນັບພັດທະນາ ແລະ ແຕກດອກອອກຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ