ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​​ສ້າງສາ​ປະ​ເທດ​ຊາດ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກວ ໄຂຄຳພິທູນ ໄດ້ເນັ້ນໜັກວ່າ ກອງປະຊຸມສຳມະນາດ ທິດສະດີ ລະຫວ່າງສອງພັກ ໄດ້ດຳເນີນໃນຈຸດເວລາ ທີ່ພັກປະຊາຊົນ ປະຕິວັດ ລາວ ພວມກະກຽມ ສ້າງໂຄງການການເມືອງ.
ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​​ສ້າງສາ​ປະ​ເທດ​ຊາດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ (ພາບ: TTXVN)

ຕອນບ່າຍວັນທີ 18 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ພ້ອມກັບຄະນະຜູ້ແທນຂັ້ນສູງ ພັກປະຊາຊົນປະຕິວັດ ລາວ, ພວມຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທີ 10 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ.

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດເຊື່ອໝັ້ນວ່າ ກອງປະຊຸມສຳມະນາຄັ້ງນີ້ ດ້ວຍຫົວຂໍ້ “ພັດທະນາວັດທະນະທຳ, ມະນຸດ ໃນວິວັດການພັດທະນາປະເທດຊາດຕາມການກຳນົດທິດສັງຄົມນິຍົມ - ບົດຮຽນປະສົບການຂອງ ຫວຽດນາມ, ບົດຮຽນປະສົບການຂອງ ລາວ” ຈະປະກອບສ່ວນເຮັດໃຫ້ການພົວພັນສອງພັກ, ສອງລັດ ເລິກເຊິ່ງກ່ວາອີກ. ຕາມທ່ານປະທານປະເທດແລ້ວ, ດ້ວຍບົດຮຽນປະສົບການ ຂອງພັກກອມມູນິດ ຫວຽດນາມ ບັນດາສະມາຊິກຂອງສະພາທິດສະດີ ສູນກາງ ຈະແບ່ງປັນ ບົດຮຽນປະສົບການຂອງ ຫວຽດນາມ ຢ່າງສຸດຂີດ ເພື່ອໃຫ້ພັກປະຊາຊົນປະຕິວັດ ລາວ ຄົ້ນຄ້ວາ, ທາບທາມຄວາມເຫັນ ປັບປຸງໂຄງການ ສ້າງສາປະເທດຊາດໃຫ້ສົມບູນແບບ…

ສ່ວນຝ່າຍລາວ, ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກວ ໄຂຄຳພິທູນ ໄດ້ເນັ້ນໜັກວ່າ ກອງປະຊຸມສຳມະນາດ ທິດສະດີ ລະຫວ່າງສອງພັກ ໄດ້ດຳເນີນໃນຈຸດເວລາ ທີ່ພັກປະຊາຊົນ ປະຕິວັດ ລາວ ພວມກະກຽມ ສ້າງໂຄງການການເມືອງ ແລະ ພ້ອມທັງຜັນຂະຫຍາຍ ການຮ່ຳຮຽນ, ແບ່ງປັນບົດຮຽນປະສົບການສຳລັບວຽກງານສຳຄັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ