ຫ​ວຽດ​ນາມ - ລາວ ​ມຸ່ງ​ໄປ​ເຖິງ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ປີ 2022

(VOVWORLD) -ໃນຊຸມປີຜ່ານມາ, ການພົວພັນລະຫວ່າງສອງປະເທດ ຫວຽດນາມ ລາວ ໃນທຸກຂົງເຂດ ນັບແຕ່ດ້ານການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ ນັບມື້ນັບໄດ້ເປີດກ້ວາງ ແລະ ພັດທະນາ, ນຳມາເຊິ່ງຜົນປະໂຫຍດອັນດີງາມໃຫ້ແກ່ປະຊາຊົນທັງສອງປະເທດ.



ຫ​ວຽດ​ນາມ - ລາວ ​ມຸ່ງ​ໄປ​ເຖິງ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ປີ 2022 - ảnh 1ພາບປະກອບ: baoquocte.vn

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສສ.ຫວຽດນາມ ຟ້າມມິງຈິງ, ຄະນະຜູ້ແທນຂັ້ນສູງຂອງປະເທດ ສປປ.ລາວ ໂດຍທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ນຳໜ້າຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 8 – 10 ມັງກອນ ປີ 2022, ເປັນປະທານຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ແລະ ປຸກລະດົມປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. ການຢ້ຽມຢາມໄດ້ຢັ້ງຢືນຈິດໃຈສາມັກຄີ, ຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈຢ່າງສະເໝີຕົ້ນສະເໝີປາຍຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ໃນຊຸມປີຜ່ານມາ, ການພົວພັນລະຫວ່າງສອງປະເທດ ຫວຽດນາມ ລາວ ໃນທຸກຂົງເຂດ ນັບແຕ່ດ້ານການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ ນັບມື້ນັບໄດ້ເປີດກ້ວາງ ແລະ ພັດທະນາ, ນຳມາເຊິ່ງຜົນປະໂຫຍດອັນດີງາມໃຫ້ແກ່ປະຊາຊົນທັງສອງປະເທດ.

ໃນໄລຍະ ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນໃນຂອບເຂດທົ່ວໂລກ ກໍ່ຄືສົ່ງຜົນສະທ້ອນບໍ່ແມ່ນໜ້ອຍຕໍ່ສອງປະເທດ, ແຕ່ ຫວຽດນາມ - ລາວ ຍາມໃດກໍ່ຮຽງບ່າຮຽງໄຫຼ່ ໃນການຕໍ່ສູ້ຕ້ານໂຄວິດ - 19.

ປີ 2022 ແມ່ນປີທີ່ມີຄວາມໝາຍສຳຄັນ ໃນການພົວພັນຮ່ວມມື ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ. ການນຳສອງປະເທດໄດ້ເຫັນດີເປັນເອກະພາບພ້ອມກັນຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ ວັນສຳຄັນຂອງ ຫວຽດນາມ ແລະ ລາວ ຄືວັນສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (ວັນທີ 5 ກັນຍາ 1962 – ວັນທີ 5 ກັນຍາ ປີ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ ປີ 1977 – 18 ກໍລະກົດ ປີ 2022).

ການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ ຄັ້ງນີ້ ຂອງ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ອີກຄັ້ງໜຶ່ງຢັ້ງຢືນເຖິງ ການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງຄວາມເຫັນດີເປັນເອກະພາບໃນວຽກງານຊີ້ນຳ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ