ຫວຽດ​ນາມ - ລາວ ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຮ່ວມ​ມືໃນ​ຂົງ​ເຂດ​ສ​ຳ​ເນົາ​ເອ​ກະ​ສານ

(VOVWORLD) -ພິທີລົງນາມບົດບັດທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມືປີ 2020 ລະຫວ່າງ ກົມສຳເນົາເອກະສານ ແຫ່ງລັດ (ກະຊວງພາຍໃນ ຫວຽດນາມ) ແລະ ກົມສຳເນົາເອກະສານແຫ່ງລັດ (ກະຊວງພາຍໃນລາວ) ໄດ້ດຳເນີນໃນຕອນບ່າຍວັນທີ 3 ທັນວາ, ຢູ່ຮ່າໂນ້ຍ.

ຫວຽດ​ນາມ - ລາວ ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຮ່ວມ​ມືໃນ​ຂົງ​ເຂດ​ສ​ຳ​ເນົາ​ເອ​ກະ​ສານ - ảnh 1ທ່ານ ດັ້ງແທັງຕຸ່ງ, ຫົວໜ້າກົມສຳເນົາເອກະສານແຫ່ງລັດກ່າວຄຳເຫັນທີ່ພິທີ

(ພາບ: ກົມສຳເນົາເອກະສານ ຫວຽດນາມ) 

ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ພິເສດແມ່ນປະຕິບັດການດັດແປງເອກະສານພາສາຝລັ່ງທີ່ພວມເກັບຮັກສາຢູ່ ກົມສຳເນົາເອກະສານ ແຫ່ງລັດລາວ, ມຸ່ງໄປເຖິງການແລກປ່ຽນບັນຊີລາຍຊື່ ແລະ ເອກະສານທີ່ກ່ຽວຂ້ອງເຖິງປະຫວັດສາດຂອງສອງປະເທດ. ຮ່ວມມືໃນຂົງເຂດບຳລຸງສ້າງພະນັກງານຂົງເຂດ ເອກະສານ, ສຳເນົາເອກະສານ, ແລກປ່ຽນ ເອກະສານ ແລະ ບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ເອກະສານວິຊາສະເພາະ… ບັນດາເນື້ອໃນບົດບັນທຶກຊ່ວຍຈຳຈະໄດ້ຮັບການຜັນຂະຫຍາຍໂດຍບັນດາການເຄື່ອນໄຫວທີ່ແທດຈິງ, ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ປະເທດຊາດ ແລະ ປະກອບສ່ວນນຳການພົວພັນພິເສດທີ່ຫາຍາກໃນໂລກນີ້ລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

        ຕາມທ່ານ ດັ້ງແທັງຕຸ່ງ, ຫົວໜ້າກົມສຳເນົາເອກະສານແຫ່ງລັດ ແລ້ວ, ບົດບັນທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມືປີ 2020 ຈະສືບຕໍ່ແມ່ນພື້ນຖານເພື່ອໃຫ້ ກົມ ສຳເນົາເອກະສານແຫ່ງລັດ ຫວຽດນາມ ແລະ ກົມສຳເນົາເອກະສານແຫ່ງລັດ ລາວ ປະຕິບັດບັນດາການເຄື່ອນໄຫວຮ່ວມມືສອງຝ່າຍ, ອັນໄດ້ສ້າງເປັນຜົນງານໃໝ່ໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດສຳເນົາ ເອກະສານ. ກົມ ສຳເນົາເອກະສານແຫ່ງລັດ ຫວຽດນາມຈະ ມານະພະຍາຍາມໜູນຊ່ວຍກົມສຳເນົາເອກະສານ ແຫ່ງລັດລາວ ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ຮັບການລົງນາມ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ