ຫວຽດ​ນາມ - ລາວ​ ລົງ​ນາມ​ເອ​ກະ​ສານ​ການ​ຮ່ວມ​ມື 3 ສະ​ບັບ ກ່ຽວ​ກັບ​ການຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ

(VOVWORLD) -ວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຟຸ່ງຊວັນຫຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ  ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ໄດ້ລົງນາມໃນເອກະສານຮ່ວມມື 3 ສະບັບ ກ່ຽວກັບ ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ.
ຫວຽດ​ນາມ - ລາວ​ ລົງ​ນາມ​ເອ​ກະ​ສານ​ການ​ຮ່ວມ​ມື 3 ສະ​ບັບ ກ່ຽວ​ກັບ​ການຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ - ảnh 1 ນາຍົກລັດຖະມົນຕີສອງທ່ານໄດ້ເປັນສັກຂີພະຍາດຂອງພິທີລົງນາມເອກະສານການຮ່ວມມື 3 ສະບັບ ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ

ເອກະສານຮ່ວມມື 3 ສະບັບລວມມີ: ຂໍ້ຕົກລົງລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ກ່ຽວກັບ ແຜນຮ່າງ “ຍົກສູງຄຸນນະພາບ ແລະ ປະສິດທິຜົນ ການຮ່ວມມື ລະຫວ່າງ ຫວຽດນາມ - ລາວ ໃນຂົງເຂດການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໄລຍະ 2021 - 2030”, ຂໍ້ຕົກລົງແຜນການຜັນຂະຫຍາຍແຜນຮ່າງ “ນຳເນື້ອໃນບັນດາຜະລິດຕະພັນ ໂຄງການປະຫວັດສາດແຫ່ງການພົວພັນແບບພິເສດ ລະຫວ່າງສອງປະເທດ ຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ເຂົ້າໃນການສິດສອນຢູ່ບັນດາໂຮງຮຽນຂອງສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ” ແລະ ແຜນການຮ່ວມມືປີ 2021 ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາລາວ.

        ແຜນຮ່າງການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດ - ລາວ ໄລຍະ 2021 – 2030 ໄດ້ສະເໜີບັນດາມາດຕະການແກ້ໄຂຍຸດທະສາດ, ບັນດາໜ້າທີ່ຢ່າງລະອຽດເພື່ອສ້າງການຫັນປ່ຽນຢ່າງແຮງກ່ຽວກັບຄຸນນະພາບ ແລະ ມີປະສິດທິຜົນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ລາວ. ຄຽງຄູ່ກັບການສືບທອດບັນດາການເຄື່ອນໄຫວຍັງຄົງໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນຂອງໄລຍະກ່ອນ, ແຜນຮ່າງນີ້ຈະສຸມໃສ່ເຂົ້າໃນການຜັນຂະຫຍາຍບາງເນື້ອໃນໃໝ່ເພື່ອສ້າງບາດກ້າວບຸກທະລຸທາງດ້ານຄຸນນະພາບ ການບຳລຸງສ້າງ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດ - ລາວເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ