ຫວຽດນາມ - ລາວ ລົງນາມໃນໂຄງການຂຸດຄົ້ນແຮ່ທາດ.

ຫວຽດນາມ - ລາວ ລົງນາມໃນໂຄງການຂຸດຄົ້ນແຮ່ທາດ. - ảnh 1

(vovworld) - ວັນທີ 23/3, ຢູ່ນະຄອນຫຼວງວຽງຈັນ, ບໍລິສັດ DMC ທີ່​ຂຶ້ນ​ກັບ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສຫວຽດນາມ ​ໄດ້ລົງ​ນາມ​ໃນໂຄງການຂຸດຄົ້ນ​ບໍ່ barit ຢູ່​ແຂວງ ສະຫວັນ​ນະ​ເຂດ ກັບ​ຜູ້​ຕ່າງ​ໜ້າ​ຂອງ​ລັດຖະບານ​ລາວ. ນີ້​ແມ່ນ​ໂຄງການ​ລວມຍອດ​ມູນ​ຄ່າ​ກວ່າ 3 ລ້ານ​ໂດ​ລາ​ສະຫະລັດ. ທ່ານ Ngo Xuan Lam, ຜູ້ອຳນວຍການ​ບໍລິສັດ DMC ຫວຽດນາມ, ​ໃຫ້​ຮູ້​ວ່າ:

        ”ບໍ່ນີ້​ນອນ​ຢູ່​ເມືອງ ວີລະບູລີ, ​ເຊິ່ງຕິດ​ກັບ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ. ​ໄລຍະ​ຜ່ານ​ມາ, ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສຫວຽດນາມ ​ໄດ້​ມີ​ລາຍການ​ລົງທຶນ​ຢູ່​ລາວ. ​ເຖິງ​ວ່າ​ປະລິມານ​ສະ​ສົມ barit ບໍ່​ຫຼາຍ, ​ແຕ່​ບໍ່​ດັ່ງກ່າວ​ສາມາດ​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ທັງ​ຢູ່​ພາຍ​ໃນປະ​ເທດ​ລາວ ​ແລະ​ ສົ່ງ​ອອກ​ໄປ​ຍັງ ຫວຽດນາມ ​ແລະ​ ປະ​ເທດ​ຕ່າງໆ​ຢູ່​ໃນ​ໂລກ”

ຂ່າວ/ບົດ​ອື່ນ