ຫວຽດນາມ - ລາວ ສືບຕໍ່ປັບປຸງການພົວພັນຄູ່ຮ່ວມມືຮອບດ້ານ

(VOVWORLD) - ເນື່ອງໃນໂອກາດປີໃໝ່ ແລະ ບຸນເຕັດຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ອາເມລິກາ ໄມ ໄຊຍະວົງ ແລະ ພັນລະຍາ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດ ລາວ
ຫວຽດນາມ - ລາວ ສືບຕໍ່ປັບປຸງການພົວພັນຄູ່ຮ່ວມມືຮອບດ້ານ - ảnh 1 ຫວຽດນາມ - ລາວ ສືບຕໍ່ປັບປຸງການພົວພັນຄູ່ຮ່ວມມືຮອບດ້ານ (ພາບ: Vietnam+)

ໄດ້ໄປອວຍພອນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວີງ, ພ້ອມດ້ວຍພັນລະຍາ ແລະ ໝູ່ຄະນະສະຖານທູດ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອ, ສະແດງໃຫ້ເຫັນຄວາມຜູກພັນ, ສະໜິດສະໜົມລະຫວ່າງ 2 ສະຖານທູດ ຫວຽດນາມ ແລະ ລາວ ຢູ່ນະຄອນຫລວງ ວໍຊິງຕັນ.

        ໃນບັນຍາກາດຖານສະຫາຍອ້າຍນ້ອງ, ເອກອັກຄະລັດຖະທູດ 2 ທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບການພັດທະນາທຸກດ້ານຂອງແຕ່ລະປະເທດ, ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນສຳເລັດຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 ແລະ ການພັດທະນາເຂັ້ມແຂງຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ