ຫວຽດນາມ - ລາວ ສືບຕໍ່ຜັນຂະຫຍາຍ ການທ້ອນໂຮມອັດຖິ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ

ຫວຽດນາມ - ລາວ ສືບຕໍ່ຜັນຂະຫຍາຍ ການທ້ອນໂຮມອັດຖິ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ - ảnh 1
(ພາບປະກອບ)

(vovworld) - ​ໃນ​ລະດູ​ແລ້ງ​ປີ 2012 – 2013, ນະຄອນຫຼວງ​ວຽງ​ຈັນ, ​ແຂວງຊຽງ​ຂວາງ ​ແລະ ​​ແຂວງ ​ເຫ້ງອານ ​ໄດ້​ສົມທົບ​ກັນ​ຊອກ​ຫາ​ອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ຫວຽດນາມທີ່​ເສຍສະຫຼະຊີວິດ​ເພື່ອ​ຊາດ,  ກ່ວາ 90 ຊຸດ ​ໃນ​ບໍລິ​ເວັນ 2 ​ແຂວງ​ຂອງ​ລາວ.

        ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານທ້ອນ​ໂຮມ​ອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະຊີວິດ​ເພື່ອ​ຊາດ ​ໃນ​ລະດູ​ແລ້ງ​ປີ 2012 – 2013 ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ວຽງ​ຈັນ, 2 ຝ່າຍ​ໄດ້​ເຫັນ​ດີ​ຖື​ວ່າ ມາດ​ຕະການ​ແກ້​ໄຂ​ສຳຄັນ​ເພື່ອ​ປະຕິບັດ​ແຜນການ​ຊອກ​ຫາຢ່າງ​ມີ​ປະສິດທິ​ຜົນ ນັ້ນ​ແມ່ນ​ຂົນຂວາຍ​ປະຊາຊົນ​ບັນດາ​ທ້ອງ​ຖິ່ນ 2 ​ແຂວງ​ຂອ​ງລາວ ຊ່ວຍ​ເຫຼືອ​ຊອກ​ຫາ, ໜູນ​ຊ່ວຍ​ການ​ຮັບປະກັນຄວາ​ປອດ​ໄພ​ໃຫ້​ແກ່​ຄະນະ.

        ​ໂດຍປະຕິບັດສັນຍາ​ລະຫວ່າງ​ລັດຖະບານ 2 ປະ​ເທດ​ຫວຽດນາມ - ລາວ ​ນັບແຕ່​ປີ 1984 ມາ​ຮອດ​ປະຈຸ​ບັນ, ​ແຂວງ ​ເຫ້ງອານ ຊອກ​ຫາ ​ແລະ ທ້ອນ​ໂຮມອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ຫວຽດນາມ ທີ່​ໄດ້​ເສຍ​ສະຫຼະ​ຊີວິດ​ໃນ​ການ​ຕໍ່ສູ້​ຢູ່​ວຽງ​ຈັນ ​ແລະ ຊຽງ​ຂວາງ ກ່ວາ 12.000 ຊຸດ. ​ໄລ່​ສະ​ເພາະ​ລະດູ​ແລ້ງ​ປີ 2012 – 2013, ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ 3 ​​ແຂວງ​ວຽກ​ຈັນ, ຊຽງ​ຂວາງ ​ແລະ ​ເຫ້ງອານ ​ ທ້ອນ​ໂຮມອັດຖິທະຫານ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໄດ້168 ຊຸດ.

ຂ່າວ/ບົດ​ອື່ນ