ຫວຽດນາມ - ລາວ ສືບຕໍ່ຜັນຂະຫຍາຍບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ

ຫວຽດນາມ - ລາວ ສືບຕໍ່ຜັນຂະຫຍາຍບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ - ảnh 1
ກອງ​ປະຊຸມ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ-​ລາວ
(ພາບ: VGP/Lê Sơn)


(vovworld) - ກອງ​ປະຊຸມ​ຄະນະ​ກຳ​ມາທິການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 17/12, ຢູ່​ນະຄອນຫຼວງ ວຽງ​ຈັນ​, ປະ​ເທດ​ລາວ​. ​ ໂດຍ​ທ່ານຫງວຽນ​ຊວນ​ຟຸກ ​ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ສສ ຫວຽດນາມ ​ແລະ ທ່ານ ສົມ​ສະຫວາດ ​ເລັ່ງສະ​ຫວັດ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ສປປ ລາວ ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ.

        ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ໃນ​ປີ 2014, ລັດຖະບານ 2 ປະ​ເທດ ​ໄດ້​ເຫັນ​ດີ​ສືບ​ຕໍ່​ປະຕິບັດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຮ່ວມ​ມື​ໄລຍະ 10 ປີ​ 2011 – 2020 ​ແລະ ສັນຍາ​ຮ່ວມ​ມື 5 ປີ 2011 – 2015, ​ໃນ​ນັ້ນ​ສຸມ​ໃສ່​ປະຕິບັດ​ບັນດາ​ຖະ​ແຫຼ​ງການ​ຮ່ວມ ​ແລະ ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ການ​ນຳ 2 ພັກ, 2 ລັດ​ເປັນ​ຢ່າງ​ດີ; ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ; ສືບ​ຕໍ່​ແບ່ງປັນ​ຂໍ້​ມູນຂ່າວສານ ​ແລະ ສົມທົບ​ກັນ​ທີ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ​ ​ແລະ ສາກົນ​ຢ່າງ​ແໜ້ນ​​ແຟ້ນ; ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ - ລາວ. ​ໃນ​ຂົງ​ເຂດ​ເສດຖະກິດ, 2 ຝ່າຍ​ສືບ​ຕໍ່​ຜັນ​ຂະຫຍາຍ​ອານຸສັນຍາ​ປັບປຸງ​ສັນຍາ​ລະຫວ່າງ​ 2 ລັດຖະບານ​ກ່ຽວ​ກັບ​ການ​ສົ່ງ​ເສີມ ​ແລະ ອາລັກຂາແກ່ການ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ; ຜັນ​ຂະຫຍາຍ​ແຜນຮ່າງ​ພັດທະນາ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​​ໃນ​ໄລຍະ 2008 – 2015 ຢ່າງ​ຄົບ​ຊຸດ, ສູ້​ຊົນ​ນຳ​ວົງ​ເງິນ​ຂາອອກ - ຂາເຂົ້າ​ລະຫວ່າງ 2 ປະ​ເທດໃນີ 2014 ໃຫ້​ບັນລຸ​ລະດັບ​ເຕີບ​ໂຕ 20%... 2 ຝ່າຍ​ພ້ອມ​ກັນ​ເອົາ​ໃຈ​ໃສ່​ເພື່ອ​ແນ​ໃສ່​ຊຸກຍູ້ສາຍ​ພົວພັນທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລີກ ​ແລະ ບັນລຸ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ.

        ສິ້ນ​ສຸດ​ກອງ​ປະຊຸມ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ກ່ຽວ​ກັບການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ ​ແລະ ວິທະຍາສາດ​ເຕັກນິກ​ລະຫວ່າງ​ຫວຽດນາມ - ລາວ​ປີ 2014; ບົດ​ບັນທຶກ​ຊ່ວຍ​ຈຳ​ຂອງກອງ​ປະຊຸມ​ຄະນະ​ກຳ​ມາທິ​ການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວຄັ້ງ​ທີ 36 ​ແລະ ເອກະສານ​ສຳຄັນບາງສະບັບອື່ນອີກດ້ວຍ.

  

   ທີ່​ບັນດາ​ການ​ພົບ​ປະ​ເມື​່ອຕອນ​ບ່າຍ​ວັນ​ທີ 17/12 ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ​ໄຊ​ຍະ​ສອນ, ທ່່ານນາຍົກລັດຖະມົນຕີລາວ ທອງ​ສິງ​ທຳ​ມະ​ວົງ ​ແລະ ທ່່ານນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ​ຢາ​ທໍ​ຕູ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ຖື​ເປັນ​ສຳຄັນ​ພິ​ເສດ ​ແລະ ສະຫງວນ​ບຸລິມະສິດສູງ

ສຸດ​ໃຫ້​ແກ່​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ. ບັນດາ​ການ​ນຳ​ລາວ​ເຊື່ອ​ໝັ້ນ​ຕໍ່​ເລື່ອງ 2 ຝ່າຍ​ເດັດ​ດຽວ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ທີ່​ຍັງ​ຄົງ​ຄ້າງ​, ປະກອບສ່ວນ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ທຸກໆ​ຂົງ​ເຂດ, ​ເປັນ​ຕົ້ນ​ແມ່ນ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ....

ຂ່າວ/ບົດ​ອື່ນ