ຫວຽດນາມ - ລາວ ສືບຕໍ່ເພີ່ມທະວີການຮ່ວມມືໃນວຽກງານພິມຈຳໜ່າຍ

ຫວຽດນາມ - ລາວ ສືບຕໍ່ເພີ່ມທະວີການຮ່ວມມືໃນວຽກງານພິມຈຳໜ່າຍ - ảnh 1
ພິທີເຊັນເອກະສານຮ່ວມມືກ່ຽວກັບການພິມຈຳໜ່າຍ

(vovworld) – ວັນ​ທີ 10/8, ຢູ່​ນະຄອນຫຼວງ ວຽງ​ຈັນ, ກົມ​ພິມຈຳໜ່າຍ - ສັງກັດ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ແລະ ກົມ​ພິມ​ຈຳໜ່າຍ ​ແລະ ຫໍສະໝຸດ, ກະຊວງ​ຖະ​ແຫຼ​ງຂ່າວ​ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ ​ໄດ້​ເຊັນ​ຂໍ້​ຕົກລົງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​. ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະ​ຫວ່າງ​ກົມ​ພິມ​ຈຳໜ່າຍ ຫວຽດນາມ ​ແລ​ະ ກົມ​ພິມ​ຈຳໜ່າຍ ​ແລະ ຫໍສະໝຸດ ລາວ ​ໃນ​ວັນ​ທີ 3/8/2009. ​ພ້ອມ​ທັງ​ເພີ່ມ​ເຕີມ​ຫຼາດ​ມາດຕາ ​ໃສ່​ບົດ​ບັນທຶກ​ຮ່ວມ​ມື​ໄລຍະ 2013 - 2018. ​ໃນ​ນັ້ນ, 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ບົດຮຽນ, ວິຊາຊີບ, ວຽກ​ງານ​ຄຸມ​ຄອງ ​ແລະ ​ການເຄື່ອນ​ໄຫວການ​ພິມ​ຈຳ​ໜ່າຍ. ຫວຽດນາມ ຊ່ວຍ​ເຫຼືອ ລາວ ສ້າງ​ແຜນ​ກຳນົດ​ພັດທະນາ​ຂະ​ແໜງ​ພິມ​ຈຳໜ່າຍ​ຂອງ ລາວ​ຮອດ​ປີ 2020, ຮ່ວມ​ມື​ໃນ​ວຽກ​ງານ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸ​ດ ກໍ່​ຄື​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ຜະລິດ​ຕະພັນ​ພິມ​ຈຳໜ່າຍ​ລະ​ຫວ່າງ 2 ປະ​ເທດ, ​ເພີ່ມ​ປະລິມານ​ການ​ແປ່​ພາສາ ​ແລະ ພິມ​ຈຳໜ່າຍ​ປື້​ມລະຫວ່າງ 2 ປະ​ເທດ​ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ພິມ ​ແລະ ຈຳໜ່າຍ​ປື້​ມລະຫວ່າງ 2 ປະ​ເທດ​ມີ​ເງື່ອນ​ໄຂ​ຮ່ວມ​ທຸລະ​ກິດ, ຮ່ວມ​ສຳພັນ​ພ້ອມ​ກັນ​ພັດທະນາ.


ຂ່າວ/ບົດ​ອື່ນ