ຫວຽດນາມ - ລາວ ຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ຫວຽດນາມ - ລາວ ຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ - ảnh 1
ພິທີມອບ​ໃບປະກາດ​ສະ​ນີຍະ​ບັດ​ປິ່ນ​ຍາ​ໂທ
(ພາບ: Vietnam+)


(vovworld) – ວັນ​ທີ 10/04, ຢູ່​ວຽງ​ຈັນ, ສະ​ຖາ​ບັນ​ການ​ເງິນ​ຫວຽດນາມ ​ແລະ ສະ​ຖາ​ບັນ​ເສດຖະກິ​ດການ​ເງິນ​ລາວ ​ໄດ້​ຈັດ​ພິທີມອບ​ໃບປະກາດ​ສະ​ນີຍະ​ບັດ​ປິ່ນ​ຍາ​ໂທຕາມ​ຮູບ​ແບບ​ຮ່ວມ​ສຳພັນ​ລະຫວ່າງ 2 ສະ​ຖາ​ບັນ. ສະພາ​ໃຫ້​ຄະນະ​ບົດຄົ້ນຄວ້າລວມມີ, ສາດສະດາຈານ, ຮອງ​ສາ​ດາະດາ​ຈານ, ປະລິຍາ​ເອກ ສັງກັດ​ຂະ​ແໜງ​ເສດຖະກິດ​ຂອງ​ຫວຽດນາມ ​ໃຫ້​ຮູ້​ວ່າ ບັນດາ​ຄົ້ນຄວ້າ​ລ້ວນ​ແຕ່​ມີ​ລະດັບ​ວີຊາການ ​ແລະ ວິ​ທີການ​ຄົ້ນຄວ້າ, ສາມາດ​ນຳ​ໃຊ້​ຄວາມ​ຮູ້​ດ້ານ​ວິຊາ​ສະ​ເພາະ, ວິຊາ​ການ​ເພື່ອ​ແກ້​ໄຂ​ບັນຫາ ​ໂດຍ​ພຶດຕິ​ກຳ​ຕົວ​ຈິ່ງ​​ວາງ​ອອກ​ສຳ​ລັບ​ເສດຖະກິດ​ລາວ ​ເວົ້າ​ລວມ​ ​ແລະ ຂະ​ແໜງ​ທະນາຄານ - ການ​ເງິນ​ເວົ້າ​ສະ​ເພາະ. ນີ້​ແມ່ນ​ຊຸດ​ບຳລຸງ​ສ້າງປິ່ນ​ຍາ​ໂທ​ເປັນ​ຄັ້ງ​ທີ 2 ຕາມ​ຮູບ​ແບບ​ຮ່ວມສຳພັນ​ລະຫວ່າງ 2 ສະ​ຖາ​ບັນ, ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຫວຽດນາມ ​ແລະ ລາວ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ລະດັບ​ຄວາມ​ຮູ້​ສູງ​ໃຫ້​ແກ່​ລາວ ​ເພື່ອ​ຮັບ​ໃຊ້​ພາລະກິດ​ພັດທະນາ​ປະ​ເທດ​ຊາດ ​ແລະ ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລີກ​ເຊິ່ງ, ກວ້າງຂວາງ.

ຂ່າວ/ບົດ​ອື່ນ