ຫວຽດນາມ - ລາວ ເປັນເອກະພາບກ່ຽວກັບເລື່ອງກໍ່ສ້າງຕາຝັ່ງປົກປັກຮັກສາຕີນຫຼັກໝາຍຊາຍແດນເລກທີ 130

(VOVWORLD) -2 ຝ່າຍໄດ້ເຫັນດີເປັນເອກະພາບ ກໍ່ສ້າງຕາຝັ່ງປົກປັກຮັກສາຫຼັກໝາຍຊາຍແດນເລກທີ 130 ແມ່ນມີຄວາມຈຳເປັນເພື່ອແນໃສ່ຫຼີກລ້ຽງການເຊາະເຈື່ອນ, ຮັບປະກັນຄວາມປອດໄພ
ຫວຽດນາມ - ລາວ ເປັນເອກະພາບກ່ຽວກັບເລື່ອງກໍ່ສ້າງຕາຝັ່ງປົກປັກຮັກສາຕີນຫຼັກໝາຍຊາຍແດນເລກທີ 130 - ảnh 1(ຫຼັກໝາຍຊາຍແດນທາງບົກເລກທີ 130 ລະຫວ່າງ ຫວຽດນາມ - ລາວ)

ວັນທີ 27 ທັນວາ, ຢູ່ເຂດຫຼັກໝາຍຊາຍແດນທາງບົກເລກທີ 130 ລະຫວ່າງ ຫວຽດນາມ - ລາວ, ຄະນະຜູ້ແທນຄະນະຊີ້ນຳວຽກງານຊາຍແດນແຂວງ ດ້ຽນບຽນ (ຫວຽດນາມ) ແລະ ຄະນະຜູ້ແທນຄະນະຊີ້ນຳວຽກງານຊາຍແດນແຂວງ ຫຼວງພະບາງ (ລາວ), ດຳເນີນການສຳຫຼວດແບບ 2 ຝ່າຍ ແລະ ການເຈລະຈາກ່ຽວກັບເລື່ອງກໍ່ສ້າງຕາຝັ່ງປົກປັກຮັກສາຫຼັກໝາຍຊາຍແດນເລກທີ 130. 2 ຝ່າຍໄດ້ເຫັນດີເປັນເອກະພາບ ກໍ່ສ້າງຕາຝັ່ງປົກປັກຮັກສາຫຼັກໝາຍຊາຍແດນເລກທີ 130 ແມ່ນມີຄວາມຈຳເປັນເພື່ອແນໃສ່ຫຼີກລ້ຽງການເຊາະເຈື່ອນ, ຮັບປະກັນຄວາມປອດໄພ, ໝັ້ນຄົງຂອງປັກຫຼັກໝາຍຊາຍແດນແຫ່ງຊາດ, ຮັບປະກັນລັກສະນະເໝືອນເດີມຂອງທິດເດີນເສັ້ນຊາຍແດນ, ກໍ່ຄືສ້າງເງື່ອນໄຂສະດວກໃຫ້ວຽກງານຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນຂອງກຳລັງທີ່ມີໜ້າທີ່ຂອງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ