ຫວຽດ​ນາມ - ລາວ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ

(VOVWORLD) - ອງຝ່າຍເຫັນດີຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ລະຫວ່າງກຳລັງປ້ອງກັນຄວາມສະຫງົບສອງປະເທດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນລະຫວ່າງບັນດາຫົວໜ່ວຍສະເພາະກິດຂອງຕຳຫຼວດທ້ອງຖິ່ນຕິດກັບຊາຍແດນ, ພິເສດແມ່ນຖືກົນໄກແລກປ່ຽນຂໍ້ມູນຂ່າວສານເປັນສຳຄັນ ເພື່ອມີມາດຕະການປ້ອງກັນ, ສະກັດກັ້ນ, ຕໍ່ສູ້, ແກ້ໄຂຢ່າງທັນກັນ ເພື່ອຮັບປະກັນຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດໃນສະພາບການໃໝ່
ຫວຽດ​ນາມ - ລາວ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ - ảnh 1ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມຮ່ວມມືດ້ານປ້ອງກັນຄວາມສະຫງົບ ລາວ - ຫວຽດນາມ ຄັ້ງທີ 14 (ພາບ: TTXVN)

ຕອນເຊົ້າວັນທີ 19 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນກອງປະຊຸມຮ່ວມມືດ້ານປ້ອງກັນຄວາມສະຫງົບລະຫວ່າງ ຫວຽດນາມ - ລາວ ຄັ້ງທີ 14. ທ່ານພົນໂທ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ທ່ານພົນໂທ ກົງທອງ ພົງວິຈິດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ, ເປັນປະທານຮ່ວມກອງປະຊຸມ. ທີ່ກອງປະຊຸມ, ສອງຝ່າຍເຫັນດີຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ລະຫວ່າງກຳລັງປ້ອງກັນຄວາມສະຫງົບສອງປະເທດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນລະຫວ່າງບັນດາຫົວໜ່ວຍສະເພາະກິດຂອງຕຳຫຼວດທ້ອງຖິ່ນຕິດກັບຊາຍແດນ, ພິເສດແມ່ນຖືກົນໄກແລກປ່ຽນຂໍ້ມູນຂ່າວສານເປັນສຳຄັນ ເພື່ອມີມາດຕະການປ້ອງກັນ, ສະກັດກັ້ນ, ຕໍ່ສູ້, ແກ້ໄຂຢ່າງທັນກັນ ເພື່ອຮັບປະກັນຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດໃນສະພາບການໃໝ່; ສົມທົບກັນປ້ອງກັນ, ຕ້ານຜົນກະທົບຈາກຄວາມສ່ຽງຄວາມໝັ້ນຄົງແບບໃໝ່ ຕໍ່ການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະ ກະຊວງຕຳຫຼວດສອງປະເທດເວົ້າສະເພາະ.

        ໄປຄຽງຄູ່ກັນນັ້ນ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນທັດສະນະ, ຫຼັກໝັ້ນຂອງສອງປະເທດໃນບັນດາເວທີປາໄສສາກົນ ແລະ ພາກພື້ນ; ຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານການກໍ່ການຮ້າຍສາກົນຂອງບັນດາປະເທດ ອາຊຽນ.

        ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມຮ່ວມມືດ້ານປ້ອງກັນຄວາມສະຫງົບ ລາວ - ຫວຽດນາມ ຄັ້ງທີ 14.

ນັກຂ່າວ VOV ປະຈຳ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ