ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດຍຸຕິທຳ, ກົດໝາຍ

(VOVWORLD) - ທີ່ການເຮັດວຽກ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະການເມືອງພາຍໃນສູນກາງ  ປາດຖະໜາຢາກການຮ່ວມມືລະຫວ່າງສອງອົງການນີ້ນັບມື້ນັບມືປະສິດທິຜົນກ່ວາ, ພິເສດໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານຍຸຕິທຳ;
ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດຍຸຕິທຳ, ກົດໝາຍ - ảnh 1ທ່ານ ຟານດິ່ງຈາກ, ຫົວໜ້າຄະນະການເມືອງພາຍໃນສູນກາງ ຕ້ອນຮັບທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ (ພາບ:Phương Hoa/TTXVN)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງຄະນະປະຕິບັດງານຂັ້ນສູງກະຊວງຍຸຕິທຳ ສປປ ລາວ ນຳໂດຍທ່ານລັດຖະມົນຕີກະຊວງຍຸຕິທຳ ໄພວີ ສີບົວລິພາ, ແຕ່ວັນທີ 21 – 26 ສິງຫາ, ຕອນເຊົ້າວັນທີ 23 ສິງຫາ, ຢູ່ຮ່່າໂນ້ຍ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະການເມືອງພາຍໃນສູນກາງ, ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະ. ທີ່ການເຮັດວຽກ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະການເມືອງພາຍໃນສູນກາງ  ປາດຖະໜາຢາກການຮ່ວມມືລະຫວ່າງສອງອົງການນີ້ນັບມື້ນັບມືປະສິດທິຜົນກ່ວາ, ພິເສດໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານຍຸຕິທຳ; ສະເໜີສອງຝ່າຍຍົກສູງການໜູນຊ່ວຍດ້ານຍຸຕິທຳທາງແພ່ງມີປະສິດທິຜົນກ່ວາອີກ; ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາປະຊາຊົນອົບພະຍົບແບບເສລີ, ການສົມລົດຢ່າງຜິດກົດໝາຍຂອງປະຊາຊົນເຂດຊາຍແດນ. ກະຊວງຍຸຕິທຳສອງປະເທດສືບຕໍ່ຮ່ວມມື, ແລກປ່ຽນ, ແບ່ງປັນບົດຮຽນ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນດາເວທີປາໄສ, ອົງການສາກົນຫຼາຍຝ່າຍກ່ຽວກັບກົດໝາຍ, ຍຸຕິທຳ.

        ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ ຊີ້ແຈ້ງວ່າ: ສອງປະເທດຄວນສົມທົບກັນແກ້ໄຂບັນຫາອາດຊະຍາກຳຂ້າມຊາດ, ການແກ່ງແຍ້ງດ້ານການຄ້າມີປັດໄຈຕ່າງປະເທດ, ການສົມລົດມີປັດໄຈຫຼາຍສັນຊາດ… ທ່ານ ຫງວຽນຮ່ວາບິ່ງ ເຊື່ອໝັ້ນວ່າ: ການພົວພັນລະຫວ່າງກະຊວງຍຸຕິທຳສອງປະເທດ ຫວຽດນາມ - ລາວ ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ