ຫວຽດ​ນາມ - ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

(VOVWORLD) -ໃນຂອບເຂດການຢ້ຽມຢາມລາວຢ່າງເປັນທາງການ, ຕອນບ່າຍວັນທີ 11 ມັງກອນ ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ຫວຽດ​ນາມ - ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: VGP)

ນະທີ່ນີ້, ການນຳສອງທ່ານເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງໃຫ້ເປັນຢ່າງດີ, ສືບຕໍ່ເສີມຂະຫຍາຍມູນເຊື້ອການຮ່ວມມືທີ່ສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດກ່ຽວກັບດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງໃຫ້ມີປະສິດທິຜົນ; ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືລະຫວ່າງບັນດາຄະນະຂອງພັກ, ກະຊວງ, ຂະແໜງການຂອງລັດຖະບານ, ບັນດາອົງການຂອງສະພາແຫ່ງຊາດ, ແນວໂຮມ, ອົງການຈັດຕັ້ງມະຫາຊົນຂອງສອງປະເທດຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ຊ່ວຍເຫຼືອກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະ ຢຶດໝັ້ນຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເຫັນດີເປັນເອກະພາບວ່າ ສອງຝ່າຍຈະຕັ້ງໜ້າເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຂອງປີສາມັກຄີ - ມິດຕະພາບ ຫວຽດນາມ ລາວ, ລາວ ຫວຽດນາມ 2022 ເພື່ອສືບຕໍ່ຍູ້ແຮງການໂຄສະນາກ່ຽວກັບມູນເຊື້ອການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ເປັນຕົ້ນແມ່ນລຸ້ນໜຸ່ມຂອງສອງປະເທດ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ຫໍສະພາແຫ່ງຊາດ ລາວ ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົວວິຫານ. ການນຳສອງທ່ານໄດ້ຢັ້ງຢືນວ່າ ຍາມໃດກໍ່ເຄົາລົບ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ. ການນຳສອງທ່ານກໍ່ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ເຖິງວ່າ ຖືກຜົນສະທ້ອນຈາກພະຍາດໂຄວິດ - 19 ກໍ່ຕາມ, ແຕ່ການພົວພັນຮ່ວມມືສອງຝ່າຍຍັງສືບຕໍ່ຮັກສາໄດ້ທ່າພັດທະນາໃນທຸກຂົງເຂດ, ໃນນັ້ນ, ອົງການນິຕິບັນຍັດສອງປະເທດໄດ້ຮັກສາການຈັດຕັ້ງບັນດາການພົບປະກັນຂັ້ນສູງ,ກອງປະຊຸມສຳມະນາຫົວເລື່ອງສະເພາະ, ແບ່ງປັນບົດຮຽນປະສົບການ, ສົມທົບ, ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສລັດຖະສະພາໃນພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ