ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ທິດ​ສະ​ດີ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ສັງ​ຄົມ​ນິ​ຍົມ

(VOVWORLD) - ຕອນບ່າຍວັນທີ 9 ທັນວາ, ຢູ່ສຳນັກງານສູນກາງພັກປະຊາຊົນປະຕິວັດ ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຕ້ອນຮັບຄະນະຜູ້ແທນພັກຄອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ນຳໜ້າ, ເນື່ອງໃນໂອກາດໄປເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທີ 9 ລະຫວ່າງສອງພັກ.
ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ທິດ​ສະ​ດີ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ສັງ​ຄົມ​ນິ​ຍົມ - ảnh 1   ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ (ພາບ: TTXVN)

ນະທີ່ນີ້, ທ່ານ ຫງວຽນຈ້ອງເຫງັຍ ເນັ້ນໜັກວ່າ ບັນດາອົງການຄົ້ນຄວ້າທິດສະດີຂອງສອງພັກ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນດ້ານທິດສະດີ, ແບ່ງປັນບົດຮຽນປະສົບການເພື່ອພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງອົງການໂຄສະນາສຶກສາສູນກາງພັກ, ສອງສະພາທິດສະດີສູນກາງ ຂອງສອງປະເທດ, ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແບ່ງປັນຂໍ້ມູນ, ແລກປ່ຽນໃນຫົວເລື່ອງ, ຫົວຂໍ້ຄົ້ນຄວ້າຕ່າງໆກ່ຽວກັບທິດສະດີ, ແນວຄິດ ແລະ ການໂຄສະນາເພື່ອ ຮັບໃຊ້ໃຫ້ແກ່ການວາງແຜນກຳນົດຍຸດທະສາດ, ນະໂຍບາຍພັດທະນາ ກໍຄືແລກປ່ຽນປະສົບການໃນວິວັດທະນາການສ້າງສັງຄົມນິຍົມຢູ່ແຕ່ລະປະເທດ.

        ໃນວັນດຽວກັນ, ກອງປະຊຸມສຳມະນາທິດສະດີຄັ້ງທີ 9 ດ້ວຍຫົວຂໍ້ “ບັນດາບັນຫາ ແລະ ທິດທາງການແກ້ໄຂສະພາບການເສດຖະກິດ - ການເງິນ, ປະສົບການຂອງ ຫວຽດນາມ ແລະ ລາວ” ໄດ້ອັດລົງຢູ່ນະຄອນຫຼວງ ວຽງຈັນ.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ