ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບວຽກງານການເງິນໃນຂົງເຂດກອງທັບ

(VOVWORLD) -ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ ສີສະຫວັນ ກົມມະເມືອງ, ຮອງຫົວໜ້າກົມ ແຜນການ - ການເງິນ, ກອງທັບປະຊາຊົນລາວ ຢ່າງອົບອຸ່ນ, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບວຽກງານການເງິນໃນຂົງເຂດກອງທັບ  - ảnh 1  ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມເຮັດວຽກກັບທ່ານພັນເອກ ສີສະຫວັນ ກົມມະເມືອງ ຮອງຫົວໜ້າກົມ ແຜນການ - ການເງິນ, ກອງທັບປະຊາຊົນລາວ

(ພາບ:qdnd.vn)

ທີ່ການຕ້ອນຮັບ,  ທ່ານພົນໂທ ເຈິ່ນເດີນ ເນັ້ນໜັກວ່າ: ລັດຖະບານ, ປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ ຍາມໃດກໍໄດ້ຖືເປັນສຳຄັນ, ຮັກສາ ແລະ ພັດທະນາການພົວພັນສາມັກຄີແບບພິເສດກັບລັດຖະບານ, ປະຊາຊົນ ແລະ ກອງທັບປະຊາຊົນລາວອ້າຍນ້ອງ; ພ້ອມທັງຢັ້ງຢືນວ່າ, ການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນໃນການພົວພັນລະຫວ່າງສອງປະເທດ. ໂດຍຜ່ານການຮ່ວມມືດ້ານປ້ອງກັນຊາດ, ໄດ້ປະກອບສ່ວນປັບປຸງ, ເພີ່ມທະວີການປ້ອງກັນຄວາມສະຫງົບ, ການເມືອງ, ການກໍ່ສ້າງກອງທັບຂອງແຕ່ລະປະເທດ, ເຮັດໃຫ້ທຸກກົນອຸບາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການ, ກໍ່ຄວາມແບ່ງແຍກນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນ ແລະ ກອງທັບສອງປະເທດ ໃຫ້ປະລາໄຊໄປ.

ຕອບກັບ

ຂ່າວ/ບົດ​ອື່ນ