ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ (ພາບ: VGP)

ຕອນບ່າຍວັນທີ 25 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ກອງທັບສອງປະເທດ ສືບຕໍ່ເພີ່ມທະວີຄວາມສາມັກຄີ, ການຮ່ວມມືໃນຂົງເຂດນີ້. ທ່ານນາຍົກລັດຖະມົນຕີ ກໍຊົມເຊີຍລາວ ທີ່ຈັດຕັ້ງບັນດາກອງປະຊຸມໃນຂອບເຂດປີປະທານ ອາຊຽນ 2024 ຢ່າງສໍາເລັດຜົນ; ຢັ້ງຢືນ ຫວຽດນາມ ຍາມໃດກໍສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ຕາມຄວາມສາມາດຂອງຕົນ ເພື່ອຮັບດຳລົງບົດບາດເປັນປະທານ ອາຊຽນ 2024 ຢ່າງສຳເລັດຜົນ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໃຫ້ຮູ້ວ່າ ຈະສົມທົບກັບກະຊວງປ້ອງກັນປະເທດ ຫວຽດນາມ ສຸມໃສ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃຫ້ມີປະສິດທິຜົນ ແນໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.


 

ຕອບກັບ

ຂ່າວ/ບົດ​ອື່ນ