ຫວຽດ​ນາມ - ລາວ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສື​ບ​ຕໍ່​ຊອກຫ​າ​ຈົນ​ຮອດ​ເວ​ລາ​ທີ່​ບໍ່​ມີ​ຂໍ້​ມູນ​ຂ່າວ​ສານ​ໃດ​ກ່​ຽວ​ກັບ​ບ່ອນ ບົ່ງ​ສົບ​ອັດຖິ​ ນັກຮົບ​ທີ່ເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ແຂວງ ຫຼວງພະບາງ, ປະເທດລາວ, ໄດ້ດຳເນີນການໂອ້ລົມສົນທະນາລະຫວ່າງຄະນະປະຕິບັດງານພິເສດຂອງລັດຖະບານສອງປະເທດ ຫວຽດນາມ - ລາວ. 

ຫວຽດ​ນາມ - ລາວ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສື​ບ​ຕໍ່​ຊອກຫ​າ​ຈົນ​ຮອດ​ເວ​ລາ​ທີ່​ບໍ່​ມີ​ຂໍ້​ມູນ​ຂ່າວ​ສານ​ໃດ​ກ່​ຽວ​ກັບ​ບ່ອນ ບົ່ງ​ສົບ​ອັດຖິ​ ນັກຮົບ​ທີ່ເສຍສະຫຼະຊີວິດເພື່ອຊາດ  - ảnh 1ພິທີລົງນາມເອກະສານສືບຕໍ່ສົມທົບກັນຊອກຫາ, ທ້ອນໂຮມອັກຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ໃນລະດູແລ້ງ 2019 -2020

(ພາບ: qdnd.vn)

ໃນໄລຍະຜ່ານມາ, ຄະນະປະຕິບັດງານພິເສດຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂບັນດາຄວາມຫຍຸ້ງຍາກຢ່າງທັນການໃນການຈັດຕັ້ງການຊອກຫາ,ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ດ້ວຍການໜູນຊ່ວຍ, ຊວຍເຫຼືອຢ່າງມີປະສິດທິຜົນຈາກຝ່າຍ ລາວ ຊ່ວຍໃຫ້ບັນດາກອງທ້ອນໂຮມອັດຖິຂອງ ຫວຽດນາມຊອກຫາ ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄດ້ 230 ຊຸດ.

     ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນລະດູແລ້ງ 2019 -2020, ຫວຽດນາມ ຈະສືບຕໍ່ຮັກສາກອງທ້ອນໂຮມ 8 ກອງທີ່ປະຕິບັດໜ້າທີ່ຢູ່ບັນດາແຂວງ, ນະຄອນຂອງລາວ. ລາວສືບຕໍ່ຊີ້ນຳທະຫານທຸກຂັ້ນ, ຈັດສົ່ງພະນັກງານເຂົ້າຮ່ວມພ້ອມກັບບັນດາກອງທ້ອນໂຮມຂອງ ຫວຽດນາມ, ພ້ອມທັງຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນໃນການສະໜອງຂໍ້ມູນຂ່າວສານກ່ຽວກັບນັກຮົບທີ່ເສຍສະຫຼະຊີວິດ, ຂຸມຝັງສົບນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ. ສອງຝ່າຍໄດ້ຢັ້ງຢືນຈະ ສືບຕໍ່ສົມທົບກັນໃນການຊີ້ນຳການຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສາໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ ເສຍສະຫຼະຊີວິດຢູ່ ລາວຈົນຮອດເວລາທີ່ບໍ່ມີຂໍ້ມູນຂ່າວສານໃດກ່ຽວກັບບ່ອນ ບົ່ງສົບອັດຖິນັກຮົບອາສາສະໝັກ.

ຕອບກັບ

ຂ່າວ/ບົດ​ອື່ນ