ຫວຽດນາມ, ລາວ ແລະ ກຳປູເຈຍ ຮ່ວມມືໜູນຊ່ວຍເຂດ 3 ຫຼ່ຽມພັດທະນາ

ຫວຽດນາມ, ລາວ ແລະ ກຳປູເຈຍ ຮ່ວມມືໜູນຊ່ວຍເຂດ 3 ຫຼ່ຽມພັດທະນາ - ảnh 1
ກອງ​ປະຊຸມ​ໄດ້​ປຶກສາ​ຫາລື  ​ແລ​ະ ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ຂົງ​ເຂດ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ການ​ພັດທະນາ​ຂອງ​ເຂດ 3 ຫຼ່ຽມພັດທະນາ CLV
(ພາບ: Xuân Khu/Vietnam+)

(vovworld) - ໃນ​ລະຫວ່າງ​ວັນທີ 23 – 26/4, ຄະນະ​ຜູ້​ແທນ​ສະພາ​​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ ​ເຈີ​ນວັນ​ຮັ່ງ, ຫົວໜ້າ​ກຳມາ​ທິການ​ພົວພັນ​ຕ່າງ​ປະ​ເທດສະພາ​ແຫ່ງ​ຊາດ ​ເປັນ​ຫົວໜ​້າຄະນະໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ 3 ປະ​ເທດ​ກຳປູ​ເຈຍ - ລາວ - ຫວຽດນາມ (ຫຼື CLV) ກ່ຽວ​ກັບ “ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ໜູນ​ຊ່ວຍ​​ເຂດ 3 ຫຼ່ຽ​ມພັດທະນາ”, ທີ່​ຖືກ​ຈັດ​ຂຶ້ນ​ຢູ່​ແຂວງ Mondulkiri, ປະ​ເທດ ກຳປູ​ເຈຍ. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື  ​ແລ​ະ ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ຂົງ​ເຂດ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ການ​ພັດທະນາ​ຂອງ​ເຂດ 3 ຫຼ່ຽມພັດທະນາ CLV. ກອງ​ປະຊຸມ​ກໍ່​ພິຈາລະນາ​ຂໍ້​ສະ​ເໜີ​ຂອງ​ສະພາ​ແຫ່ງ​ຊາດ 3 ປະ​ເທດ​ໃນ​ການ​ສ້າງ​ຕັ້ງ​ບັນດາ​ອະນຸ​ກຳມະການ, ກຸ່ມ​ສະ​ເພາະກິດ​ຂອງ​ແຕ່ລະ​ປະ​ເທດ​ເພື່ອ​ຕິດ​ຕາມ​ກວດກາ ​ແລະ ໜູນ​ຊ່ວຍ​ປະຕິບັດ​ບັນດາ​ນະ​ໂຍບາຍ​ທີ່​ໄດ້ຮັບຮອງ​ເອົາ ຈາກ​ນາຍົກລັດຖະມົນຕີ 3 ປະ​ເທດ. ກອງ​ປະຊຸມ​ໄດ້​ສະ​ເໜີ​ສ້າງ​ຕັ້ງ​ກົນ​ໄກ​ລະ​ຫວ່າງ​ສະພາ​ແຫ່ງ​ຊາດ​ໃໝ່​ຂອງ ກຳປູ​ເຈຍ - ລາວ - ຫວຽດນາມ ​ເຊິ່ງລວມມີ​ບັນດາ​ອະນຸ​ກຳມະການ, ກຸ່ມ​ສະ​ເພາະ​ກິດ​ຕ່າງ​ກັນກ່ຽວ​ກັບ​ຫຼາຍ​ຂ​ົງ​ເຂດ​ເຊິ່ງ​ມີຄວາມ​ສົນ​ໃຈ​ລວມ. ກອງ​ປະຊຸມ​ຄັ້ງ​ທີ 6 ຂອງ​ກຳມາ​ທິການ​ສະ​ພາ​ແຫ່ງ​ຊາດ 3 ປະ​ເທດ ຈະຈັດ​ຕັ້ງ​ຢູ່ ລາວ ​ໃນ​ປີ 2014.

ຂ່າວ/ບົດ​ອື່ນ