ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື

(VOVWORLD) - ວັນທີ 28 ມັງກອນ, ທີ່ນະຄອນຫຼວງວຽງຈັນ, ໃນຂອບເຂດເຂົ້າຮ່ວມກອງປະຊຸມວົງແຄບ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ໄດ້ພົບປະກັບບັນດາຄູ່ຕຳແໜ່ງ.
ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ (ພາບ: VOV)

ທີ່ການພົບປະ ລະຫວ່າງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ສອງທ່ານໄດ້ເຫັນດີເປັນເອກະພາບຈະຍູ້ແຮງການຮ່ວມມື, ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນພາຍໃຕ້ຫຼາຍຮູບແບບ; ເພີ່ມທະວີປະການສານສົມທົບ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີສາກົນ, ພາກພື້ນ ແລະ ອະນຸພາກພື້ນ, ພ້ອມກັບບັນດາປະເທດສະມາຊິກ ຮັກສາຄວາມສາມັກຄີເປັນປຶກແຜ່ນ ແລະ ປັບປຸງບົດບາດໃຈກາງຂອງ ອາຊຽນ ໃນບັນດາບັນຫາພາກພື້ນ ແລະ ສາກົນ.

ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື - ảnh 2ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ພົບປະກັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ລາຊະອານາຈັກ ກຳປູເຈຍ ສົກແຈນດາ ໂຊເພຍ

       ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ກໍ່ໄດ້ພົບປະກັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ລາຊະອານາຈັກ ກຳປູເຈຍ ສົກແຈນດາ ໂຊເພຍ. ສອງທ່ານໄດ້ເຫັນດີເປັນເອກະພາບ ຈະຕັ້ງໜ້າປະສານສົບທົບກັນ ຈັດກອງປະຊຸມຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ຄັ້ງທີ 21 ວ່າດ້ວຍການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກ ໃຫ້ສຳເລັດເປັນຢ່າງດີ; ຈັດຕັ້ງຜັນຂະຫຍາຍ ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງ ສະຖາບັນການຕ່າງປະເທດ ຫວຽດນາມ ແລະ ສະຖາບັນການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ໃຫ້ເກີດດອກອອກຜົນ; ສືບຕໍ່ຕັ້ງໜ້າພົບປະແລກປ່ຽນ, ເຈລະຈາການປັກຫຼັກໝາຍຊາຍແດນທາງບົກ 16% ທີ່ຍັງເຫຼືອ; ພິຈາລະນາເປີດບັນດາດ່ານຊາຍແດນໃໝ່ ລະຫວ່າງສອງປະເທດ. ກ່ຽວກັບການຮ່ວມມືພາຍໃນ ອາຊຽນ, ລັດຖະມົນຕີ ຫວຽດນາມ ແລະ ກຳປູເຈຍ ສອງທ່ານໄດ້ເຫັນດີເປັນເອກະພາບຈະປະສານສົມທົບຢ່າງແໜ້ນແຟ້ນ, ໜູນຊ່ວຍລາວໃນການເປັນປະທານ ອາຊຽນ 2024 ໃຫ້ສຳເລັດຢ່າງຈົບງາມ; ຊຸກຍູ້ຄວາມສາມັກຄີພາຍໃນກຸ່ມ, ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ໃນການແກ້ໄຂບັນດາບັນຫາພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ