ຫວຽດ​ນາມ - ລາວ​ເພີ​່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຫໍສະໝຸດ​​ກອງ​ທັບ

(VOVWORLD) -ຕອນບ່າຍວັນທີ 5 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ໄດ້ສົມທົບກັບຫໍສະໝຸດກອງທັບປະຊາຊົນ ລາວ ຈັດຕັ້ງກອງປະຊຸມປະເມີນຜົນຂອງການຮ່ວມມືໃນໄລຍະທີ່ຜ່ານມາ, ພ້ອມທັງສະເໜີ ທິດທາງການຮ່ວມມືໃນໄລຍະຈະມາເຖິງ.

         ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ພັນໂທ ພິມພາ ປັນຍາຮັກ, ຜູ້ອຳນວຍການຫໍສະໝຸດ ກອງທັບປະຊາຊົນ ລາວ, ໄດ້ຕີລາຄາສູງການໜຸນຊ່ວຍ ຂອງຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ຕໍ່ກັບຫໍສະໝຸດກອງທັບປະຊາຊົນ ລາວ. ທ່ານ ພັນໂທ ພິມພາ ປັນຍາຮັກ ໄດ້ສະເໜີໃຫ້ຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ຊ່ວຍເຫຼືອການບຳລຸງສ້າງ, ຍົກລະດັບວິຊາການໃຫ້ແກ່ພະນັກງານ, ນັກຮົບຂອງ         ຫໍສະໝຸດກອງທັບປະຊາຊົນ ລາວ, ເພີ່ມທະວີການພົວພັນຮ່ວມມືແລກປ່ຽນດ້ານຂໍ້ມູນຂ່າວສານ, ປື້ນປະເພດຕ່າງໆເພື່ອຕອບສະໜອງຄວາມຕ້ອງການຂອງພະນັກງານ, ນັກຮົບ ແລະ ທົ່ວສັງຄົມ…

        ເນື່ອງໃນໂອກາດນີ້, ຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ໄດ້ມອບອຸປະກອນຫ້ອງການຈຳນວນໜຶ່ງໃຫ້ແກ່ຫໍສະໝຸດກອງທັບປະຊາຊົນລາວລວມມີ: ຄອມພິວເຕີ, ເຄື່ອງພິມເອກະສານ, ເຄື່ອງ scan ແລະ ຈັກ photocopy.

ຕອບກັບ

ຂ່າວ/ບົດ​ອື່ນ