ຫວຽດນາມ ວາງຄາດໝາຍການເຕີບໂຕ GDP 2019 ບັນລຸ 6,6 – 6,8 %

(VOVWORLD) - ຄາດໝາຍປີ 2019 ຂອງ ຫວຽດນາມ ແມ່ນສືບຕໍ່ສ້າງສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ລັກສະນະເປັນເຈົ້າຕົນເອງ ແລະ ກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ. 

ຕອນເຊົ້າວັນທີ 08 ພະຈິກ, ດ້ວຍກ່ວາ 92% ຈຳນວນສະມາຊິກສະພາແຫ່ງຊາດເຫັນດີ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບການຕີລາຄາສະພາບການ 3 ປີແຫ່ງການປະຕິບັດແຜນການໄລຍະ 5 ປີ (2016 – 2020) ກ່ຽວກັບເສດຖະກິດ - ສັງຄົມ, ໂຄງການເປົ້າໝາຍແຫ່ງຊາດ, ນະໂຍບາຍຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ແລະ ແຜນການພັດທະນາເສດຖະກິດ - ສັງຄົມປີ 2019. ຕາມນັ້ນແລ້ວ, ຄາດໝາຍປີ 2019 ຂອງ ຫວຽດນາມ ແມ່ນສືບຕໍ່ສ້າງສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ລັກສະນະເປັນເຈົ້າຕົນເອງ ແລະ ກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ. ເມື່ອສະເໜີບົດລາຍງານຜົນແຫ່ງການກວດກາມະຕິ, ທ່ານ ຫວູຮົ່ງແທງ ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດໃຫ້ຮູ້ວ່າ:

        ຕົວເລກຄາດໝາຍການເຕີບໂຕ GDP ປີ 2019 ໄດ້ຮັບການຄິດໄລ່ບົນພື້ນຖານ GDP ຄາດຄະເນບັນລຸໄດ້ໃນປີ 2018 ແລະ ລື່ນກາຍລະດັບ 6,7%. ຜ່ານການຄາດຄະເນ ແລະ ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ ກໍ່ຄືທາບທາມການຕີລາຄາຈາກອົງການຈັດຕັ້ງສາກົນບາງແຫ່ງ, ລັດຖະບານລາຍງານຕໍ່ສະພາແຫ່ງຊາດລະດັບການເຕີບໂຕ 6,6 6,8% ໃຫ້ປີ 2019 ແມ່ນຮັບປະກັນລັກສະນະລະມັດລະວັງ, ກົມກຽວລະຫວ່າງຄາດໝາຍການເຕີບໂຕ ແລະ ຄວບຄຸມໄພເງິນເຟີ້, ສືບຕໍ່ສ້າງສະຖຽນລະພາບເສດຖະກິດມະຫາພາກ ແລະ ແກ້ໄຂບັນດາບັນຫາສັງຄົມ.

        ມະຕິກໍ່ຊີ້ແຈ້ງວ່າ: ຫວຽດນາມ ສືບຕໍ່ຍົກສູງປະສິທິຜົນແຫ່ງການເຄື່ອນໄຫວການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ຊຸກຍູ້ການເຈລະຈາ, ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC). ສ້າງບັນດາເງື່ອນໄຂຈຳເປັນກ່ຽວກັບລະບົບກົດໝາຍໃຫ້ສຳເລັດ ເພື່ອປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP); ຍູ້ແຮງການຂົນຂວາຍລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ໂດຍໄວ.

        ແລະກໍ່ໃນວັນດຽວກັນ, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີ ແລະ ບົດລາຍງານຜົນແຫ່ງການກວດກາຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍສະຖາປັດຕະຍາກຳ.

        ຕອນບ່າຍວັນທີ 08 ພະຈິກ, ສະພາແຫ່ງຊາດຮັບຟັງບົດລາຍງານກ່ຽວກັບການປັບປຸງ ກົດໝາຍວ່າດ້ວຍການສຶກສາຢ່າງຮອບດ້ານ; ບົດລາຍງານຜົນແຫ່ງການກວດກາ ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ