ຫວຽດນາມ ວາງຈຸດໝາຍຮອດປີ 2015 ຊອກຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດໄດ້ 10.000 ຊຸດ

ຫວຽດນາມ ວາງຈຸດໝາຍຮອດປີ 2015 ຊອກຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດໄດ້ 10.000 ຊຸດ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 1 ຄະນະ​ຊີ້​ນຳ​ແຫ່ງ​ຊາດ ກ່ຽວ​ກັບ​ການຊອກ​ຄົ້ນຫາ,
ທ້ອນ​ໂຮມອັດຖິ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ
(ພາບ: chinhphu.vn)


(vovworld) - ​ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 1 ຄະນະ​ຊີ້​ນຳ​ແຫ່ງ​ຊາດ ກ່ຽວ​ກັບ​ການຊອກ​ຄົ້ນຫາ, ທ້ອນ​ໂຮມອັດຖິ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ທີ່ຖືກ​ດຳ​ເນີນ​​ໃນ​ຕອນ​ບ່າຍ​ວັນ​ທີ 04 ພະຈິກ, ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຫງວຽນ​ທ້ຽນ​ເຍີນ, ຫົວ​ໜ້າ​ຄະນະ​ຊີ້​ນຳ ​ໄດ້​ຢືນຢັນ​ວ່າ: ວຽກ​ງານຊອກ​ຄົ້ນຫາ, ທ້ອນ​ໂຮມອັດຖິ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳຄັນ ​ແລະ ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ, ສະ​ແດງ​ໃຫ້​ເຫັນ​ຫຼັກສິນ​ທຳ, ມູນ​ເຊື້ອ “ກິນ​ເຂົ້າ​ຄິດ​ຮອດຄຸນ​ນາ, ກິນ​ປາຄິດ​ຮອດ​ຄຸນ​ນ້ຳ” ຂອງ​ຊາດ. ທ່ານ ຫງວຽນ​ທ້ຽນ​ເຍີນ ຮຽກຮ້ອງ​​ໃຫ້​ຄະນະ​ຊີ້​ນຳ​ຈົ່ງກວດກາ​, ສ້າງ​ກົນ​ໄກ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ, ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ຕັ້ງ​ໜ້າາ ​ເພື່ອ​ບັນລຸ​ຈຸດໝາຍ​ຮອດ​ປີ 2015 ຈະຊອກ​ຄົ້ນຫາ, ທ້ອນ​ໂຮມອັດຖິ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໃຫ້​ໄດ້ 10.000 ຊຸດ; ຮອດ​ປີ 2020 ຈະຊອກ​ຄົ້ນຫາ, ທ້ອນ​ໂຮມອັດຖິ​​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດທີ່​ມີ​ຂໍ້​ມູນ​ໃຫ້ໄດ້ 60%... ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ກ່າວ​ວ່າ.

        “ກ່ຽວ​ກັບ 20 ​ກອງທ້ອນ​ໂຮມອັດຖິ, ພວກ​ເຮົາ​ໄດ້​ມີຄວາມ​ສາມາດຢ່າງ​ພຽງພໍ, ທັງ​ສາມາດປະຕິບັດ​ໜ້າ​ທີ່​ຕົ້ນ​ຕໍ່, ມີ 19 ກອງປະຕິບັດ​ໜ້າ​ທີ່ຢູ່​ລາວ, ກຳປູ​ເຈຍ, ​ແຕ່​ກໍ່ໄດ້​ກຽມພ້ອມ​ແບ່ງປັນ​ໜ້າ​ທີ່​ຢູ່ພາຍ​ໃນ​ປະ​ເທດ​ຢູ່​ບັນ​ດາ​ແຂວງ​ຕິດກັບ​ຊາຍ​ແດນ. ພວກ​ຂ້າພະ​ເຂົ້າສະ​ເໜີ​​ ​ໃນແຕ່ລະ​ປີບັນດາ​ທ້ອງ​ຖິ່ນທີ່​ບໍ່​ມີ​ກຳລັງ​ດັ່ງກ່າວ ​ແມ່ນ​ອາດ​ຈະສ້າງ​ແຜນການສ້າງ​ຕັ້ງ​ບັນດາກອງ​ເຄື່ອນ​ໄຫວ​ຊົ່ວຄາ​ວ, ນອກຈາກ​ນັ້ນ ຖ້າ​ຫາກ​ມີ​ຄວາມ​ຕ້ອງການ​ຊອກ​ຄົ້ນຫາ​ຢ່າງ​ສູງ, ​​ແມ່ນ​ອາດ​ຈະລາ​ຍງານ​ຕໍ່​ກະຊວງ​ປ້ອງ​ກັນ​ປະ​ເທດ, ຖ້າ​ຕ້ອງການ​ມີ​ການ​ສົມທົບ​ກັນ​ເພື່ອ​ຍູ້​ແຮງ​ວຽກ​ງານ​ຊອກ​ຄົ້ນຫາ​ອັດຖິ ​ແລະ ​ເງິນ​ໃຊ້​ຈ່າຍ, ອາດ​ຈະລາ​ຍງານ​ຕໍ່​ບັນດາ​ທ້ອງ​ຖິ່ນ​ເພື່ອ​ພ້ອມ​ກັນ​ປະຕິບັດສຳ​ເລັດ​ວຽກ​ງານ​ນີ້.”

ຂ່າວ/ບົດ​ອື່ນ