ຫວຽດນາມ ສົ່ງ ຢູຣານຽມທີ່ໄດ້ຮັບ ການເສີມຢູ່ໃນລະດັບສູງ (HEU) ສຸດທ້າຍເຖິງສະຫະພັນລັດເຊຍ

ຫວຽດນາມ ສົ່ງ ຢູຣານຽມທີ່ໄດ້ຮັບ ການເສີມຢູ່ໃນລະດັບສູງ (HEU) ສຸດທ້າຍເຖິງສະຫະພັນລັດເຊຍ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 3/7, ດ້ວຍ​ການ​ຮ່ວມ​ມື​ຂອງ​ອົງການ​ພະລັງງານ​ປາລະ​ມາ​ນູສາກົນ (IAEA), ອົງການ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ (NNSA) ​ແລະ ກຸ່ມ​ພະລັງງານ​ປາລະ​ມານູ​ແຫ່ງ​ລັດ​ສະຫະພັນ​ລັດ​ເຊຍ (ROSATOM), ຫວຽດນາມ​ໄດ້​ປະຕິບັດ​ສຳ​ເລັດ​ການນຳ​ເອົາ​ ຢູຣານຽມ​ທີ່​ໄດ້​ຮັບ​ການ​ເສີມ​ຢູ່​ໃນ​ລະດັບ​ສູງ (HEU) 11 ກິ​ໂລກຼາມສຸດ​ທ້າຍ​ ຈາກ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິວຄະ​ເລ​ບດ່າ​ລາດ (ຫວຽ​ດນາມ) ເຖິງ​ສະຫະພັນ​ລັດ​ເຊຍ.

​ເຫດການ​ດັ່ງກ່າວ, ອີກ​ເທື່ອ​ໜຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ສສ ຫວຽດນາມ ນັ້ນ​ແມ່ນ​ນຳ​ໃຊ້​ພະລັງງານ​ນິວຄະ​ເລຍ ​ເພື່ອ​ຈຸດໝາຍສັນຕິພາບ, ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ໝັ້ນຄົງ, ​ເປັນ​ຂີດ​ໝາຍ​ທີ່​ສຳຄັນ ສຳລັບ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ​ໃນ​ການ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ຊຸດ​ຍອດ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ດ້ານ​ນິວຄະ​ເລ​ຍຄັ້ງ​ທີ 2, ​ເມື່ອ​ເດືອນ 3 ປີ 2012 ຢູ່​ເຊີ​ອູ​ນ, ສ​ເກົາຫຼີ.

ຫວຽດນາມ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ IAEA ​ແລະ ປະຊາ​ຄົມ​ສາກົນ​ໃນ​ການ​ນຳ​ໃຊ້​ບັນດາ​ມາດ​ຕະການ​ທີ່​ຈຳ​ເປັນ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ໝັ້ນຄົງ​ດ້ານນິວຄະ​ເລຍ, ປະຕິບັດ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ພັດທະນາ ​ແລະ ນຳ​ໃຊ້​ພະລັງງານ​ນິວຄະ​ເລຍ ​ເພື່ອ​ຈຸດໝາຍ​ສັນຕິພາບ, ​ແລະ ບໍ່​ແຜ່​ຂະຫຍາຍ​ນິວຄະ​ເລ​ຍ.

ຂ່າວ/ບົດ​ອື່ນ