ຫວຽດ​ນາມ - ສິງ​ກະ​ໂປ ຮ່ວມ​ມື​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຢູ່ ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຟ້າມມິງມິງ ໄດ້ສະແດງຄວາມຊົມເຊີຍເມື່ອສອງຝ່າຍໄດ້ສ້າງຕັ້ງ ແລະ ຜັນຂະຫຍາຍສອງກຸ່ມປະຕິບັດງານກ່ຽວກັບ ການຮັມມືກັບໂລກລະບາດໂຄວິດ - 19 ໂດຍໄວ, ມຸ່ງໄປເຖິງການຢັ້ງຢືນເຊິ່ງກັນແລະກັນ ກ່ຽວກັບໃບຢັ້ງຢືນວັກຊິນ, ການຮ່ວມມືເສດຖະກິດດີຈີຕອນ ເພື່ອແນໃສ່ສ້າງກຳລັງໜູນໃຫ້ແກ່ການ ຟື້ນຟູ ແລະ ພັດທະນາເສດຖະກິດທີ່ເໝາະສົມກັບສະພາບການໃໝ່.
ຫວຽດ​ນາມ - ສິງ​ກະ​ໂປ ຮ່ວມ​ມື​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຢູ່ ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ - ảnh 1ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໃຫ້ການຕ້ອນຮັບເຂົ້າຢ້ຽມຂ່ຳນັບຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan

ວັນທີ 22 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບເຂົ້າຢ້ຽມຂ່ຳນັບຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan  ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມມິງມິງ ໄດ້ສະແດງຄວາມຊົມເຊີຍເມື່ອສອງຝ່າຍໄດ້ສ້າງຕັ້ງ ແລະ ຜັນຂະຫຍາຍສອງກຸ່ມປະຕິບັດງານກ່ຽວກັບ ການຮັມມືກັບໂລກລະບາດໂຄວິດ - 19 ໂດຍໄວ, ມຸ່ງໄປເຖິງການຢັ້ງຢືນເຊິ່ງກັນແລະກັນ ກ່ຽວກັບໃບຢັ້ງຢືນວັກຊິນ, ການຮ່ວມມືເສດຖະກິດດີຈີຕອນ ເພື່ອແນໃສ່ສ້າງກຳລັງໜູນໃຫ້ແກ່ການ ຟື້ນຟູ ແລະ ພັດທະນາເສດຖະກິດທີ່ເໝາະສົມກັບສະພາບການໃໝ່. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍກວດກາຄືນໃໝ່ ແລະ ຊອກຫາບັນດາມາດຕະການຜັນຂະຫຍາຍບັນດາຂົງເຂດການຮ່ວມມືໃນຂອບເຂດສັນຍາເຊື່ອມຕໍ່ເສດຖະກິດ ຫວຽດນາມ ສິງກະໂປຢ່າງມີປະສິດທິຜົນ, ຊຸກຍູ້ການຄ້າພັດທະນາຕາມທິດສະເໝີພາບ ຢ່າງມີປະສິດທິຜົນ, ເປີດກວ້າງຮູບແບບເຂດອຸດສາຫະກຳ ຫວຽດນາມ ສິງກະໂປ (VSIP) ຕາມທິດເຂດອຸດສາຫະກຳອັດສະລິຍະ, ເຕັກໂນໂລຢີສູງ, ປ່ຽນແປງໃໝ່, ມີ ປະດິດຄິດສ້າງ ແລະ ເປັນມິດກັບສິ່ງແວດລ້ອມ. ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ສິງກະໂປສືບຕໍ່ບັນດາໂຄງການຮ່ວມມືຍົກສູງກຳລັງຄວາມສາມາດຢູ່ເຂດອະນຸພາກພື້ນ ແມ່ນ້ຳຂອງ, ສົມທົບທັດສະນະໃນບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ຮັບປະກັນການຜັນຂະຫຍາຍຈິດໃຈສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ.

ສ່ວນທ່ານ Vivian Balakrishnan ໄດ້ຢັ້ງຢືນວ່າ ຈະສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາຄຳເຫັນຊີ້ນຳຂອງ ການນຳສອງປະເທດ ຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຜົນປະໂຫຍດລວມ.

ຕອບກັບ

ຂ່າວ/ບົດ​ອື່ນ