ຫວຽດ​ນາມ - ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ ສະ​ມາ​ຊິກ​​ລັດ​ຖະສະ​ພາ​ສອງ​ປະ​ເທດ

(VOVWORLD) -ຕອນເຊົ້າວັນທີ 19 ພຶດສະພາ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin ໄດ້ມີການຕ້ອນຮັບທ່ານ ບຸ່ຍວັນເກື່ອງ ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ ຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາ ມິດຕະພາບ ຫວຽດນາມ - ອາຊຽນ ທີ່ໄດ້ເຂົ້າຢ້ຽມຂ່ຳນັບ.
ຫວຽດ​ນາມ - ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ ສະ​ມາ​ຊິກ​​ລັດ​ຖະສະ​ພາ​ສອງ​ປະ​ເທດ - ảnh 1ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin ຕ້ອນຮັບທ່ານ ບຸ່ຍວັນເກື່ອງ ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ ຫວຽດນາມ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານບຸ່ຍວັນເກື່ອງ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ສິງກະໂປ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ. ທ່ານຫວັງວ່າ ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin ຈະເອົາໃຈໃສ່ຊຸກຍູ້ການເພີ່ມທະວີການພົວພັນແລກປ່ຽນລະຫວ່າງສະມາຊິກລັດຖະສະພາສອງປະເທດ; ຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນປະສົບການໃນການປະຕິບັດບົດບາດໜ້າທີ່ຂອງສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດສອງປະເທດ; ສະໜັບສະໜູນກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດສືບຕໍ່ເສີມຂະຫຍາຍບົດບາດສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ສິງກະໂປ ໃຫ້ນັບມື້ນັບພັດທະນາ. ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ.

        ສ່ວນທ່ານປະທານສະພາແຫ່ງຊາດສິງກະໂປ Tan Chuan – Jin ຢາກຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນສະມາຊິກລັດຖະສະພາສອງປະເທດໃຫ້ຫຼາຍກວ່າອີກ, ເພື່ອປະກອບສ່ວນຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດເວົ້າສະເພາະ ກໍຄື ການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສອງປະເທດ ຫວຽດນາມ - ສິງກະໂປ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ