ຫວຽດນາມ - ສິງກະໂປ ແບ່ງປັນບົດຮຽນກ່ຽວກັບການສ້າງເຄືອຂ່າຍຄຸ້ມຄອງຊຸມຊົນ

(VOVWORLD) - ທ່ານນາງ ຫງວຽນທິທູຮ່າ ປາດຖະໜາວ່າ ສະຫະສະມາຄົມປະຊາຊົນ ສິງກະໂປ ສືບຕໍ່ແບ່ງປັບບົດຮຽນ, ວິທີການສ້າງເຄືອຂ່າຍຄຸ້ມຄອງຊຸມຊົນ
ຫວຽດນາມ - ສິງກະໂປ ແບ່ງປັນບົດຮຽນກ່ຽວກັບການສ້າງເຄືອຂ່າຍຄຸ້ມຄອງຊຸມຊົນ - ảnh 1ທີ່ກອງປະຊຸມພົບປະເຈລະຈາ
(ພາບ: TTXVN)

        ວັນທີ 04 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານນາງ ຫງວຽນທິທູຮ່າ, ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ເປັນປະທານກອງປະຊຸມພົບປະເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກັບຄະນະຜູ້ແທນຂັ້ນສູງ ສະຫະສະມາຄົມປະຊາຊົນ ສິງກະໂປ ໂດຍທ່ານ Jimmy Toh Yong Leng, ຫົວໜ້າບໍລິຫານສະມາຄົມ ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການພົບປະເຈລະຈາ, ທ່ານນາງ ຫງວຽນທິທູຮ່າ ປາດຖະໜາວ່າ ສະຫະສະມາຄົມປະຊາຊົນ ສິງກະໂປ ສືບຕໍ່ແບ່ງປັບບົດຮຽນ, ວິທີການສ້າງເຄືອຂ່າຍຄຸ້ມຄອງຊຸມຊົນ ປະກອບສ່ວນຍົກສູງປະສິດທິຜົນໃນການຜັນຂະຫຍາຍບັນດາຮູບແບບຄຸ້ມຄອງດ້ວຍຕົນເອງຢູ່ເຂດຊຸມຊົນ; ສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາອົງການທີ່ມີໜ້າທີ່ ແລະ ວິສາຫະກິດ ສິງກະໂປ ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ, ພິເສດແມ່ນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ ແລະ ການສຶກສາ…

        ສ່ວນທ່ານ Jimmy Toh Yong Leng ສະແດງຄວາມພາກພູມໃຈຕໍ່ການຮ່ວມມືຢ່າງແໜ້ນແຟ້ນ, ບັນລຸປະສິດທິຜົນລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ສະຫະສະມາຄົມປະຊາຊົນ ສິງກະໂປ. ທ່ານປາດຖະໜາວ່າ 2 ຝ່າຍຈະມີບັນດາວິທີການໃໝ່ເພື່ອແນໃສ່ແລກປ່ຽນ, ແບ່ງປັນບົດຮຽນໃຫ້ບັນລຸປະສິດທິຜົນດີກວ່າເກົ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ