ຫວຽດນາມ - ສິງຄະໂປ ເພີ່ມທະວີການຮ່ວມມື ປ້ອງກັນ ແລະ ຕ້ານ ອາດສະຍາກຳ

ຫວຽດນາມ - ສິງຄະໂປ ເພີ່ມທະວີການຮ່ວມມື ປ້ອງກັນ ແລະ ຕ້ານ ອາດສະຍາກຳ - ảnh 1
(ພາບປະກອບ)

(vov) ຕອນ​ບ່າຍ​ວັນ​ທີ 27/8,​ ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Teo Chee Hean ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ພາຍ​ໃນ​ສິງ​ຄະ​ໂປ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຕີ​ລາຄາ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ສິງ​ຄະ​ໂປ​ໃນ​ປະຊາ​ຄົມ​ອາ​ຊຽນ ກໍ່​ຄື​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ສິງ​ຄະ​ໂປ ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ​ໂລກ. ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ​ຄັ້ງ​ນີ້, ສອງ​ຝ່າຍ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ສະກັດ​ກັ້ນ ​ແລະ ຕໍ່ສູ້​ຕ້ານ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ເນັ້ນ​ໜັກ​ວ່າ, ​ໃນ​ສະຖານະ​ການ​ໂລກ ​ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ສັບສົນ​ຫຼາຍ​ຢ່າງ, ​ເລື່ອງເພີ່ມ​ທະວີການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ, ໜູນ​ຊ່ວຍ​ດ້ານ​ນິຕິ​ກຳ, ບຳລຸງ​ສ້າງນັ້ນແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ ​ແລະ ຫວັງ​ວ່າ​ສິງ​ຄະ​ໂປ​ຈະ​ສືບ​ຕໍ່​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ.

ຂ່າວ/ບົດ​ອື່ນ