ຫວຽດ​ນາມ ສັ່ງ​ຊື້ ວັກ​ຊິນ ກັນ​ Covid – 19 ​ຈາກ​ບ​າງ​ຮ່ວມ​ມື​ຢູ່ ລັດ​ເຊຍ ແລະ ອັງ​ກິດ

(VOVWORLD) -ໄປຄຽງຄູ່ກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ລັດຖະບານ ຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດຕໍ່ການຊີ້ນຳບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢ່າງ ຮີບດ່ວນ ປະຕິບັດບັນດາການຄົ້ນຄ້ວາເພື່ອຜະລິດວັກຊິນພາຍໃນປະເທດ,
ຫວຽດ​ນາມ ສັ່ງ​ຊື້ ວັກ​ຊິນ ກັນ​ Covid – 19 ​ຈາກ​ບ​າງ​ຮ່ວມ​ມື​ຢູ່ ລັດ​ເຊຍ ແລະ ອັງ​ກິດ - ảnh 1ພາບປະກອບ: TTXVN 

ຕອນບ່າຍວັນທີ 15 ຕຸລາ, ໃນການຖະແຫຼງຂ່າວນັດສາມັນຂອງ ກະຊວງການຕ່າງປະເທດ ຫວຽດນາມ, ໂດຍຕອບຄຳຖາມຂອງ ນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບຂໍ້ມູນການຄົ້ນຄ້ວາ, ຜະລິດ ວັກຊິນ ກັນ Covid – 19 ຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ໄປຄຽງຄູ່ກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ລັດຖະບານ ຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດຕໍ່ການຊີ້ນຳບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢ່າງ ຮີບດ່ວນ ປະຕິບັດບັນດາການຄົ້ນຄ້ວາເພື່ອຜະລິດວັກຊິນພາຍໃນປະເທດ, ພ້ອມທັງຍູ້ແຮງການສົມທົບກັບບັນດາບໍລິສັດ, ຄູ່ຮ່ວມມືຜະລິດ ແລະ ສະໜອງ ວັກຊິນ ທີ່ມີອິດທິພົນຊື່ສຽງ ໃນທົ່ວໂລກ ເພື່ອມີວັກຊິນ ກັນ Covid – 19 ໂດຍໄວ.

ໄປຄຽງຄູ່ກັນນັ້ນ, ຫວຽດນາມໄດ້ສ້າງບັນດານະໂຍບາຍ ແລະ ຂໍ້ກຳນົດໃນການໜູນຊ່ວຍການ ຮັບ, ຂົນສົ່ງ, ເກັບຮັກສາ, ແຈກຢາຍ ແລະ ນຳໃຊ້ ວັກຊິນພາຍຫຼັງທີ່ມີວັກຊິນແລ້ວ. ປັດຈຸບັນ,  ຫວຽດນາມ ມີການແລກປ່ຽນ, ອັບເດດສະພາບການ ກັບບັນດາຄູ່ຮ່ວມມືເປັນປະຈຳ. ຫວຽດນາມປາດຖະໜາຢາກມີວັກຊິນ, ຢາປິ່ນປົວ, ວິທີການປິ່ນປົວໂດຍໄວ, ມຸ່ງໄປເຖິງການຄວບຄຸມ ແລະ ຍູ້ໂລກລະບາດ ໃຫ້ຖອຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ