ຫວຽດນາມ ສົ່ງນັກຊ່ຽວຊານແລະໜູນຊ່ວຍວັດຖຸອຸປະກອບການແພດຊ່ວຍກະຊວງປ້ອງກັນປະເທດລາວ ສະກັດກັ້ນໂລກລະບາດ

(VOVWORLD) -ຕອນເຊົ້າວັນທີ 03 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ (ຮ່າຕິ້ງ) - ນ້ຳພາວ (ບໍລິຄຳໄຊ) ໄດ້ຈັດພິທີມອບຮັບເຄື່ອງອຸປະກອນການແພດ ແລະ ນັກຊ່ຽວຊານຫວຽດນາມ ໄປຊ່ວຍເຫຼືອກອງທັບລາວ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.
ຫວຽດນາມ ສົ່ງນັກຊ່ຽວຊານແລະໜູນຊ່ວຍວັດຖຸອຸປະກອບການແພດຊ່ວຍກະຊວງປ້ອງກັນປະເທດລາວ ສະກັດກັ້ນໂລກລະບາດ - ảnh 1(ພິທີມອບຮັບເຄື່ອງອຸປະກອນການແພດ)

ໂດຍຕາງໜ້າໃຫ້ກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຈັດຕະວາ ຫວຽນຮຸ່ງທັ໊ງ, ຮອງຫົວໜ້າ - ເສນາທິການໃຫຍ່ກົມໃຫຍ່ພະລາທິການ, ໄດ້ມອບໃຫ້ຜູ້ຕາງໜ້າກະຊວງປ້ອງກັນປະເທດລາວ, ທ່ານພົນຕີ ຄຳເພັດ ສີຊານົນ, ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ຈຳນວນວັດຖຸປ້ອງກັນ, ສະກັດກັ້ນໂລກລະບາດ ລວມມີ: ຜ້າອັດປາກ-ອັດດັງ, CloraminB, ຊຸດປ້ອງກັນເຊື້ອພະຍາດລະດັບ 4, ຊຸດ kit ວິໄຈຫາເຊື້ອ SARS-CoV-2… ລວມຍອດມູນຄ່າ 3 ຕື້ດົ່ງ. ພ້ອມກັບເຄື່ອງວັດຖຸອຸປະກອນການແພດນັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ກໍ່ຈັດສົ່ງນັກຊ່ຽວຊານທີ່ມີປະສົບການໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 4 ຄົນໄປຊ່ວຍກຳລັງເສນາຮັກກອງທັບລາວ ຜັນຂະຫຍາຍບັນດາວຽກງານກ່ຽວຂ້ອງເຖິງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ຫວຽນຮຸ່ງທັ໊ງ, ຢືນຢັນວ່າ.

        “ດ້ວຍຖັນແຖວນັກຊ່ຽວຊານທີ່ມີປະສົບການຫຼາຍຢ່າງນີ້, ຫວຽດນາມ ຈະຊ່ວຍປະເທດລາວ ວຽກງານປິ່ນປົ່ວ, ວິໄຈ, ສຸກເສີນ. ນີ້ແມ່ນບັນດາວິຊາຊະເພາະເຊິ່ງໃນຈຸດເວລານີ້ ປະເທດເພື່ອນລາວ ມີຄວາມຕ້ອງການທີ່ສຸດ… ຫວັງວ່າ, ຫວຽດນາມ ຈະພ້ອມກັບປະເທດເພື່ອນລາວ, ຊ່ວຍລາວ ສະກັດກັ້ນ ແລະ ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ.”

        ໂດຍຕາງໜ້າໃຫ້ກະຊວງປ້ອງກັນປະເທດລາວ, ພົນຕີ ຄຳເພັດ ສີຊານົນ, ໄດ້ຂອບໃຈຕໍ່ການແບ່ງປັນ, ການຊ່ວຍເຫຼືອຢ່າງທັນການຂອງກອງທັບປະຊາຊົນຫວຽດນາມ ສຳລັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງກະຊວງປ້ອງກັນປະເທດລາວ.

ຕອບກັບ

ຂ່າວ/ບົດ​ອື່ນ