ຫວຽດນາມ ສົ່ງສານສາມັກຄີເຖິງສຳພັນທະມິດສາມັກຄີປະຊາຊົນ ທີ່ຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ຈີເລ

(VOVWORLD) -ໃນສານ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ຮ່ວາງບິ່ງກວນ ໄດ້ຢືນຢັນວ່າ ແບບຢ່າງການຕໍ່ສູ້, ເສຍສະຫຼະຊີວິດຂອງທ່ານອະດີດປະທານາທິບໍດີ Allende ສືບຕໍ່ແມ່ນແຫຼ່ງລະດົມກຳລັງໃຈໃຫ້ແກ່ການຕໍ່ສູ້ລວມຂອງບັນດາກຳລັງຝ່າຍຊ້າຍ, ກ້າວໜ້າອາເມລິກາ ລາຕິງ ແລະ ໂລກ

ຫວຽດນາມ ສົ່ງສານສາມັກຄີເຖິງສຳພັນທະມິດສາມັກຄີປະຊາຊົນ ທີ່ຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ຈີເລ - ảnh 1ການເລືອກຕັ້ງປະທານາທິບໍດີເມື່ອປີ 1970

(ພາບ: chiletoday.cl)

ວັນທີ 15 ຕຸລາ, ເວທີປາໄສ Sao Paulo ໄດ້ຈັດພິທີສະເຫຼີມສະຫຼອງທາງໄກ 50 ປີແຫ່ງວັນໄຊຊະນະໃນການເລືອກຕັ້ງຂອງການນຳຝ່າຍຊ້າຍທີ່ມີຊື່ສຽງ Sanvador Allende, ຕາງໜ້າໃຫ້ສຳພັນທະມິດກ້າວໜ້າສາມັກຄີປະຊາຊົນ ຢູ່ຈີເລ ແລະ ກາຍເປັນການນຳຕາມແນວທາງສັງຄົມນິຍົມຢູ່ທິດຕາເວັນຕົກຂອງເຄິ່ງໜ່ວຍໂລກ ຂຶ້ນກຳອຳນາດດ້ວຍການເລືອກຕັ້ງ.

        ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ຮ່ວາງບິ່ງກວນ ໄດ້ສົ່ງສານເຖິງເຫດການສຳຄັນນີ້ຂອງຂະບວນການຝ່າຍຊ້າຍສາກົນ.

        ໃນສານ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ຮ່ວາງບິ່ງກວນ ໄດ້ຢືນຢັນວ່າ ແບບຢ່າງການຕໍ່ສູ້, ເສຍສະຫຼະຊີວິດຂອງທ່ານອະດີດປະທານາທິບໍດີ Allende ສືບຕໍ່ແມ່ນແຫຼ່ງລະດົມກຳລັງໃຈໃຫ້ແກ່ການຕໍ່ສູ້ລວມຂອງບັນດາກຳລັງຝ່າຍຊ້າຍ, ກ້າວໜ້າອາເມລິກາ ລາຕິງ ແລະ ໂລກ, ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ໄຊຊະນະຂອງການຕໍ່ສູ້ເພື່ອເປົ້າໝາຍສັນຕິພາບ, ເອກະລາດຂອງຊາດ, ເພື່ອການດຳລົງຊີວິດຂອງປະຊາຊົນ, ປະຊາທິປະໄຕ, ຄວາມກ້າວໜ້າຂອງສັງຄົມ, ຊຸກຍູ້ທ່າອ່ຽງສັນຕິພາບ, ຮ່ວມມື ແລະ ພັດທະນາ…

ຕອບກັບ

ຂ່າວ/ບົດ​ອື່ນ