ຫວຽດ​ນາມ ສົ່​ງ​ສານອວຍ​ພອນ​ຜົນ​ສຳ​ເລັດ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ແນວ​ລາວ​ສ້າງ​ຊາດ

(VOVWORLD) - ເນື່ອງໃນໂອກາດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວລາວສ້າງຊາດ ຄັ້ງທີ XI, ອາຍຸການ 2021 – 2026 ໄດ້ດຳເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ວັນທີ 26 ພະຈິກ, ທ່ານ ໂດ້ວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົ່ງສານອວຍພອນ.
ຫວຽດ​ນາມ ສົ່​ງ​ສານອວຍ​ພອນ​ຜົນ​ສຳ​ເລັດ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ແນວ​ລາວ​ສ້າງ​ຊາດ - ảnh 1ທ່ານ ໂດ້ວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ພາບ: TTXVN)

ໃນສານອວຍພອນ, ທ່ານ ໂດ້ວັນຈຽນ ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດ ໃນຊຸມປີຜ່ານມາ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ທ່ານກໍເຊື່ອໝັ້ນວ່າ ດ້ວຍປະສົບການ, ມູນເຊື້ອປະຫວັດສາດອັນລ້ຳຄ່າ ແລະ ນ້ຳໃຈປ່ຽນແປງໃໝ່ປະດິດຄິດສ້າງຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI, ແນວລາວສ້າງຊາດ ຈະສືບຕໍ່ບັນລຸໄດ້ຜົນງານທີ່ໃຫຍ່ຫຼວງຫຼາຍຢ່າງກວ່າອີກ, ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາປະເທດ ລາວ ຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນ.


ຕອບກັບ

ຂ່າວ/ບົດ​ອື່ນ