ຫວຽດ​ນາມ ສົ່ງ​ອອກ​ຜັກ​ໝາກ​ໄມ້ ​ເປັນ​ມູນ​ຄ່າກ່​ວາ 944 ລ້ານ USD ໃນ​ໄຕ​ມາດ ທີ I 2021

(VOVWORLD) -ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ບັນດາຕະຫຼາດນຳເຂົ້າຫຼັກ, ແຕ່ການສົ່ງອອກຜັກໝາກໄມ້ ຫວຽດນາມ ຍັງດຳເນີນ ແລະ ເຕີບໂຕເປັນປົກກະຕິ.
ຫວຽດ​ນາມ ສົ່ງ​ອອກ​ຜັກ​ໝາກ​ໄມ້ ​ເປັນ​ມູນ​ຄ່າກ່​ວາ 944 ລ້ານ USD ໃນ​ໄຕ​ມາດ ທີ I 2021 - ảnh 1ພາບປະກອບ: TTXVN

        ຕາມຕົວເລກຂອງກົມນຳເຂົ້າສົ່ງອອກ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ), ໄລ່ຮອດໝົດເດືອນມີນາ 2021, ຫວຽດນາມ ໄດ້ສົ່ງອອກສິນຄ້າ ຜັກໝາກໄມ້ ເປັນມູນຄ່າກ່ວາ 944 ລ້ານ USD ໄປຍັງຕ່າງປະເທດ, ເພີ່ມຂຶ້ນ 6%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ບັນດາຕະຫຼາດນຳເຂົ້າຫຼັກ, ແຕ່ການສົ່ງອອກຜັກໝາກໄມ້ ຫວຽດນາມ ຍັງດຳເນີນ ແລະ ເຕີບໂຕເປັນປົກກະຕິ.  ບັນດາຕະຫຼາດໃຫຍ່ນຳເຂົ້າໝາກໄມ້ຂອງ ຫວຽດນາມ ລວມມີ: ຈີນ, ອາເມລິກາ, ໄທ, ຍີ່ປຸ່ນ, ສ.ເກົາຫຼີ…


ຕອບກັບ

ຂ່າວ/ບົດ​ອື່ນ