ຫວຽດນາມ ສືບຕໍ່ດຶງດູດທຶນ FDI ໄດ້ກ່ວາ 25 ຕື້ USD

(VOVWORLD) - ຕາມກົມລົງທຶນຕ່າງປະເທດ ແລ້ວ, ໄລ່ລວມໃນ 9 ເດືອນຂອງປີ 2017, ຍອດທຶນຈົດທະບຽນໃໝ່, ເພີ່ມຂຶ້ນ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດແມ່ນເກືອບ 25,5 ຕື້ USD, ເພີ່ມຂຶ້ນກ່ວາ 34% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016.
ຫວຽດນາມ ສືບຕໍ່ດຶງດູດທຶນ FDI ໄດ້ກ່ວາ 25 ຕື້ USD - ảnh 1 ພາບປະກອບ

ລະອຽດຄື, ໄລ່ຮອດວັນທີ 20 ກັນຍາ 2017, ທົ່ວປະເທດມີ 1.844 ໂຄງການໃໝ່ໄດ້ສະໜອງໜັງສືອະນຸຍາດລົງທຶນດ້ວຍຍອດທຶນຈົດທະບຽນກ່ວາ 14,5 ຕື້ື້ USD, ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016.

ກໍ່ກ່ຽວຂ້ອງເຖິງບັນດາຂໍ້ມູນສະຖິຕິຫຼ້າສຸດໃນ 9 ເດືອນຂອງປີ 2017, ຂົງເຂດລົງທຶນຕ່າງປະເທດໄດ້ສົ່ງອອກເກີນດຸນກ່ວາ 17,6 ຕື້ USD ນັບທັງນ້ຳມັນດິບ. ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ, ໃນນັ້ນ, ຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງແມ່ນຂົງເຂດດຶງດູດຄວາມເອົາໃຈໃສ່ຂອງບັນດານັກລົງທຶນຕ່າງປະເທດ ດ້ວຍຍອດທຶນແມ່ນກ່ວາ 12,6 ຕື້ USD. ຂົງເຂດການຜະລິດ, ແຈກຢາຍໄຟຟ້າຢືນອັນດັບທີສອງ ແລະ ທີສາມ ແມ່ນຂົງເຂດຂາຍຍົກ, ຂາຍຍ່ອຍ. ມີ 108 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນຢູ່ ຫວຽດນາມ, ໃນນັ້ນ, ສ ເກົາຫຼີ ຢືນອັນດັບທີໜຶ່ງ, ຍີ່ປຸ່ນ ຢືນອັນດັບທີສອງ ແລະ ສິງກະໂປ ຢືນອັນດັບທີສາມ.

ຕອບກັບ

ຂ່າວ/ບົດ​ອື່ນ