ຫວຽດ​ນາມ ສືບ​ຕໍ່​ບໍ່​ມີ​ຜູ້​ຕິດ​ເຊ​ື້ອ​ພະ​ຍາດ Covid – 19 ໃໝ່​ຕື່ມ​ອີກ​

(VOVWORLD) -  ໄລ່ຮອດຕອນເຊົ້າວັນທີ 23 ເມສາ, ພໍດີຄົບຮອບ 1 ອາທິດ ຕິດຕໍ່ກັນ ທີ່ຫວຽດນາມຢັ້ງຢືນວ່າ ບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ.
ຫວຽດ​ນາມ ສືບ​ຕໍ່​ບໍ່​ມີ​ຜູ້​ຕິດ​ເຊ​ື້ອ​ພະ​ຍາດ Covid – 19 ໃໝ່​ຕື່ມ​ອີກ​ - ảnh 1ພາບປະກອບ: TTXVN 

ຍອດຈຳນວນຜູ້ຕິດເຊື້ອພະຍາດ ຍັງຄົງແມ່ນ 268 ຄົນຄືເກົ່າ, ໃນນັ້ນມີຜູ້ຕິດເຊື້ອໄດ້ປະກາດ ປິ່ນປົວຫາຍດີເປັນປົກກະຕິແມ່ນ 223 ຄົນ ແລະ ຍັງເຫຼືອພຽງ 45 ຄົນເທົ່ານັ້ນ ທີ່ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ. ນີ້ກໍ່ແມ່ນໝາກຜົນພາຍຫຼັງ 3 ອາທິດຈຸດສູງ ທີ່ໄດ້ປະຕິບັດການແຍກຫ່າງໃນສັງຄົມ.

ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີຫວຽດນາມ ໃນກອງປະຊຸມທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 22 ເມສາແລ້ວ, ເລີ່ມແຕ່ວັນທີ 23 ເມສາ, ນອກຈາກ ເມືອງ ເມລິງ ແລະ ເທື່ອງຕິນ, ບັນດາເມືອງອື່ນໆທີ່ຢູ່ຮ່າໂນ້ຍໄດ້ອະນຸມັດຢຸດຕິການແຍກຫ່າງໃນສັງຄົມ. ມີປະຊາຊົນ ນະຄອນຫຼວງຫຼາຍຄົນໄດ້ກັບຄືນສູ່ການດຳລົງຊີວິດຢ່າງເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ