ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນຫຼາຍ​ກ່​ວາ​ອີກ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ ສ​ປ​ຊ

(VOVWORLD) - ທ່ານນາງ Tatiana Valovaya ໄດ້ສະແດງຄວາມປະທັບໃຈຕໍ່ຄຳໝັ້ນສັນຍາຂັ້ນສູງຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ທ່ານນາງຕີລາຄາສູງບົດບາດພົ້ນເດັ່ນຂອງ ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ໃນການຊຸກຍູ້ການທູດດ້ານວັດທະນະທຳ, ເພີ່ມທະວີຄວາມສາມັກຄີສາກົນໃນປະຊາຄົມການຕ່າງປະເທດ ຢູ່ ເຊີແນວ.
ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນຫຼາຍ​ກ່​ວາ​ອີກ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ ສ​ປ​ຊ - ảnh 1ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ຫ້ອງວ່າການສປຊ ປະຈຳ ເຊີແນວ (ພາບ: TTXVN)

ວັນທີ 19 ຕຸລາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ຫ້ອງວ່າການສປຊ ປະຈຳ ເຊີແນວ (UNOG), ເນື່ອງໃນໂອກາດທ່ານນາງ ໄປປະຕິບັດງານຢູ່ ຫວຽດນາມ ແລະ ເຂົ້າຮ່ວມພິທີໄຂງານວາງສະແດງ “ 17 ແບບຢ່າງການກະທຳຂອງ ຫວຽດນາມ ເພື່ອການພັດທະນາແບບຍືນຍົງ”.

ທີ່ການຕ້ອນຮັບ, ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ປະກອບສ່ວນຫຼາຍກ່ວາອີກເຂົ້າໃນວຽກງານລວມຂອງ ສປຊ ເວົ້າລວມ ແລະ ບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ ເວົ້າສະເພາະ, ບໍ່ພຽງແຕ່ໃນຖານະບົດບາດຂອງປະເທດໜຶ່ງເທົ່ານັ້ນ ຫາກຍັງໃນຖານະເປັນສ່ວນບຸກຄົນ, ນັກການທູດ, ນັກຊ່ຽວຊານ, ຜູ້ທີ່ມີວິຊາສະເພາະໃນບັນດາຂົງເຂດທີ່ແຕກຕ່າງກັນອີກດ້ວຍ.

ສ່ວນທ່ານນາງ Tatiana Valovaya ໄດ້ສະແດງຄວາມປະທັບໃຈຕໍ່ຄຳໝັ້ນສັນຍາຂັ້ນສູງຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ທ່ານນາງຕີລາຄາສູງບົດບາດພົ້ນເດັ່ນຂອງ ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ໃນການຊຸກຍູ້ການທູດດ້ານວັດທະນະທຳ, ເພີ່ມທະວີຄວາມສາມັກຄີສາກົນໃນປະຊາຄົມການຕ່າງປະເທດ ຢູ່ ເຊີແນວ.

ຕອບກັບ

ຂ່າວ/ບົດ​ອື່ນ