ຫວຽດນາມ ສືບຕໍ່ປະກອບສ່ວນໃຫ້ແກ່ວຽກງານຂອງ UNDP ຢ່າງຕັ້ງໜ້າ

(VOVWORLD) -ນອກຈາກການນຳໃຊ້ບັນດາແຫຼ່ງກຳລັງທີ່ມີຢູ່ແລ້ວ, ເພື່ອຮັບປະກັນປະສິດທິຜົນດ້ານລາຍຈ່າຍ, UNDP ຄວນມີຫົວຄິດປະດິດສ້າງໃນການຊອກຫາວິທີລະດົມແຫຼ່ງກຳລັງຈາກບັນດາຝ່າຍທີ່ກ່ຽວຂ້ອງ
ຫວຽດນາມ ສືບຕໍ່ປະກອບສ່ວນໃຫ້ແກ່ວຽກງານຂອງ UNDP ຢ່າງຕັ້ງໜ້າ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ
(ພາບ: TTXVN)

ໃນລະຫວ່າງວັນທີ 29 ສິງຫາ - 01 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດ ອາເມລິກາ, ສະພາບໍລິຫານອົງການພັດທະນາສະຫະປະຊາຊາດ (UNDP) ໄດ້ປຶກສາຫາລືກ່ຽວກັບງົບປະມານໃຫ້ແກ່ການປະຕິບັດແຜນການຍຸດທະສາດ UNDP ໄລຍະ 2022 – 2025, ທີ່ວາລະປະຊຸມປະຈຳໄລຍະຄັ້ງທີ 2.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາໃນວັນທີ 30 ສິງຫາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ສະເໜີໃຫ້ບັນດາປະເທດຈົ່ງເພີ່ມທະວີການໜູນຊ່ວຍ UNDP ຮັບຮອງເອົາຄຳໝັ້ນສັນຍາອາສາສະໝັກຫຼາຍປີ ເພື່ອໃຫ້ UNDP ສາມາດສ້າງແຜນການ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຢູ່ລະດັບທົ່ວໂລກ, ພາກພື້ນ ແລະ ລະດັບຊາດ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກໍ່ເນັ້ນວ່າ ນອກຈາກການນຳໃຊ້ບັນດາແຫຼ່ງກຳລັງທີ່ມີຢູ່ແລ້ວ, ເພື່ອຮັບປະກັນປະສິດທິຜົນດ້ານລາຍຈ່າຍ, UNDP ຄວນມີຫົວຄິດປະດິດສ້າງໃນການຊອກຫາວິທີລະດົມແຫຼ່ງກຳລັງຈາກບັນດາຝ່າຍທີ່ກ່ຽວຂ້ອງ, ໃນນັ້ນມີພາກເອກະຊົນ ເພື່ອປະຕິບັດບັນດາໂຄງການພັດທະນາ. ພ້ອມກັນນັ້ນ, UNDP ແລະ ປະຊາຄົມສາກົນກໍ່ຕ້ອງໃຫ້ຄຳໝັ້ນສັນຍາປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDG). ທ່ານເອກອັກຄະລັດຖະທູດກໍ່ຂອບໃຈການຮ່ວມເດີນທາງຂອງ UNDP ໃນການໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດ - ສັງຄົມໃນໄລຍະ 50 ປີຜ່ານມາ ແລະ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວຽກງານຂອງ UNDP.

ຕອບກັບ

ຂ່າວ/ບົດ​ອື່ນ