ຫວຽດນາມ ​​​ສື​ບຕໍ່​ປະຕິບັດ​​ນະ​ໂຍບາຍ​ການ​ຄ້າ​ທີ່ດຸ່ນດ່ຽງກັບ ອາ​ເມ​ລິ​ກາ

(VOVWORLD) -ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ DFC ຢ່າງແໜ້ນແຟ້ນ ເພື່ອສ້າງໂຄງການລົງທຶນຢູ່ຫວຽດນາມ ກໍຄືບັນດາປະເທດແມ່ນໍ້າຂອງ.
ຫວຽດນາມ ​​​ສື​ບຕໍ່​ປະຕິບັດ​​ນະ​ໂຍບາຍ​ການ​ຄ້າ​ທີ່ດຸ່ນດ່ຽງກັບ ອາ​ເມ​ລິ​ກາ - ảnh 1 ການຕ້ອນຮັບທ່ານ Adam Boehler ຜູ້ອໍານວຍການຝ່າຍບໍລິຫານອົງການພັດທະນາການເງິນສາກົນ ອາເມລິກາ (DFC) ຢູ່ສໍານັກງານລັດຖະບານໃນຕອນບ່າຍວັນທີ 8 ມັງກອນ (ພາບ: VGP)

        ໃນການຕ້ອນຮັບທ່ານ Adam Boehler ຜູ້ອໍານວຍການຝ່າຍບໍລິຫານອົງການພັດທະນາການເງິນສາກົນ ອາເມລິກາ (DFC) ຢູ່ສໍານັກງານລັດຖະບານໃນຕອນບ່າຍວັນທີ 8 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີີລາຄາສູງວິໄສທັດຂອງການນໍາ DFC  ເມື່ອຖືຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ DFC ຢ່າງແໜ້ນແຟ້ນ ເພື່ອສ້າງໂຄງການລົງທຶນຢູ່ຫວຽດນາມ ກໍຄືບັນດາປະເທດແມ່ນໍ້າຂອງ. ບັນດາອົງການເຈົ້າໜ້າທີ່ຂອງຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ, ຮ່ວມມືກັບ DFC ກ່ຽວກັບກາລະໂອກາດລົງທຶນໃສ່ບັນດາໂຄງການຢ່າງວ່ອງໄວທີ່ສຸດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ພວມມານະພະຍາຍາມສືບຕໍ່ປະຕິບັດນະໂຍບາຍການຄ້າທີ່ດຸ່ນດ່ຽງກັບ ອາເມລິກາ.

        ສ່ວນທ່ານ Adam Boehler ຢືນຢັນຄໍາໝັ້ນສັນຍາວ່າ ຈະລົງທຶນເຂົ້າຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດພະລັງງານ, ສາທາລະນະສຸກ, ພື້ນຖານໂຄງລ່າງ. DFC ມີຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ ເພື່ອລົງທຶນໃສ່ພື້ນຖານໂຄງລ່າງເຊື່ອມຕໍ່ 5 ປະເທດເຂດແມ່ນໍ້າຂອງ.  ທ່ານກໍຢັ້ງຢືນວ່າ ຈະມານະພະຍາຍາມປະກອບສ່ວນເພື່ອໃຫ້ ອາເມລິກາ ບືນຕົວຂຶ້ນເພື່ອໃຫ້ນອນໃນກຸ່ມບັນດາປະເທດ ແລະ ເຂດແຄວ້ນລົງທຶນແຖວໜ້າເຂົ້າຫວຽດນາມ, ຫາກບໍ່ແມ່ນຢືນອັນດັບທີ 11 ຄືໃນປັດຈຸບັນ.

        ຮັບຮູ້ຄໍາເຫັນຂອງທ່ານ Adam Boehler, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ  DFC ຈະປຶກສາຫາລືກັບບັນດາອົງການຂອງຫວຽດນາມກ່ຽວກັບຂົງເຂດບຸລິມະສິດລົງທຶນ; ສະໜັບສະໜູນ ແລະ ໜູນຊ່ວຍບັນດາວິສາຫະກິດ ອາເມລິກາ ລົງທຶນເຂົ້າຫວຽດນາມ ແລະ ເອົາໃຈໃສ່ເຖິງການລົງທຶນເຂົ້າເຂດທ່ົງພຽງແມ່ນໍ້າຂອງອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ