ຫວຽດນາມ ສືບຕໍ່ຜັນຂະຫາຍບັນດາຂໍ້ລິເລີ່ມຕັ້ງໜ້າໃນປີ APEC 2017

(VOVWORLD) - ກອງປະຊຸມສຳມະນາ APEC ກ່ຽວກັບການຊຸກຍູ້ກວມລວມ ໂດຍຜ່ານການຍົກສູງຄວາມຮູ້ກ່ຽວກັບທັກສະດີຈີຕອນໃຫ້ແມ່ຍິງ ແລະ ເດັກຍິງໃນສະພາບການປະຕິວັດອຸດສາຫະກຳ 4.0 ໄດ້ດຳເນີນໃນວັນທີ 12 ເມສາ. 

ທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນຂອງ ກະຊວງການຕ່າງປະເທດ ຫວຽດນາມ ໃນວັນທີ 11 ເມສາ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ກອງປະຊຸມສຳມະນາແມ່ນຂໍ້ລິເລີ່ມຂອງ ຫວຽດນາມ ແນໃສ່ຊຸກຍູ້ການຜັນຂະຫຍາຍບັນດາໝາກຜົນສຳຄັນຂອງປີ APEC 2017 ເປັນຕົ້ນແມ່ນການພັດທະນາກວມລວມ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັກກະລາດດີຈີຕອນ ແລະ ບຸລິມະສິດຂອງປີ APEC 2019 ກ່ຽວກັບແມ່ຍິງ ແລະ ການເຕີບໂຕກວມລວມ, ສັງຄົມດີຈີຕອນ.”

        ກ່ອນໜ້ານັ້ນ, ໃນວັນທີ 11 ເມສາ ໄດ້ດຳເນີນກອງປະຊຸມພົບປະເຈລະຈາຫລາຍຝ່າຍລະຫວ່າງບັນດາພື້ນຖານເສດຖະກິດ APEC, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ…ກ່ຽວກັບການສຶກສາທັກສະດີຈີຕອນໃຫ້ແກ່ແມ່ຍິງ ແລະ ເດັກຍິງໃນສະພາບການປະຕິວັດອຸດສາຫະກຳ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ