ຫວຽດ​ນາມ ສືບ​ຕໍ່ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ​ເພື່ອແກ້​ໄຂ​ຂໍ້​ຄົງ​ຄ້າງ​ຕັນ​ດ້ານ​ແຫຼ່​ງ​ກ​ຳ​ລັງ ແລະ ຕະຫຼາດ

(VOVWORLD) -      ຕອນບ່າຍວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ພາຍຫຼັງການເຮັດວຽກຢ່າງຟົດຟື້ນ, ມີຄວາມຮັບຜິດຊອບ ແລະ ຮີບເຮັ່ງເປັນເວລາ 1 ມື້, ເວທີປາໄສເສດຖະກິດ - ສັງຄົມ ຫວຽດນາມ 2022 ໄດ້ດຳເນີນສຳເລັດທຸກເນື້ອໃນເຊິ່ງລາຍການໄດ້ວາງອອກ ແລະ ປະສົບຜົນສຳເລັດຢ່າງຈົບງາມ. 
ຫວຽດ​ນາມ ສືບ​ຕໍ່ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ​ເພື່ອແກ້​ໄຂ​ຂໍ້​ຄົງ​ຄ້າງ​ຕັນ​ດ້ານ​ແຫຼ່​ງ​ກ​ຳ​ລັງ ແລະ ຕະຫຼາດ - ảnh 1 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)

ເວທີປາໄສດັ່ງກ່າວ ໂດຍກຳມາທິການເສດຖະກິດຂອງສະພາແຫ່ງຊາດ, ຄະນະເສດຖະກິດສູນກາງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ສົມທົບກັນຈັດຕັ້ງ ດ້ວຍຫົວຂໍ້ “ປັບປຸງພື້ນຖານເສດຖະກິດມະຫາພາກ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດແບບຍືນຍົງ”.

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ກ່າວຄຳເຫັນປິດເວທີປາໄສ, ໃນນັ້ນໄດ້ເນັ້ນໜັກເຖິງສານຢຶດໝັ້ນຮັກສາພື້ນຖານເສດຖະກິດມະຫາພາກໃຫ້ໝັ້ນຄົງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຖືວ່າ ບັນດາຕະຫຼາດຕົ້ນຕໍ ແມ່ນເສັ້ນເລືອດຂອງພື້ນຖານເສດຖະກິດ, ເພາະສະນັ້ນ ຕ້ອງສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບເພື່ອແກ້ໄຂຂໍ້ຄົງຄ້າງທາງດ້ານແຫຼ່ງກຳລັງ ກໍຄືຕະຫຼາດຕ່າງໆ.

        ບັນດາຄຳເຫັນທີ່ໄດ້ປະກອບໃນເວທີປາໄສນັ້ນ ລ້ວນແຕ່ມີຄວາມເຫັນດີເຫັນພ້ອມຢ່າງສູງກ່ຽວກັບການຕີລາຄາສະພາບການໂລກ ແລະ ຫວຽດນາມ. ໂລກສືບຕໍ່ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ຍ້ອນໂລກລະບາດໂຄວິດ - 19. ການປະທະກັນລະຫວ່າງບັນດາປະເທດໃນມໍ່ໆມານີ້ ໄດ້ເຮັດໃຫ້ຄວາມຫຍຸ້ງຍາກເຊິ່ງໂລກພວມຕ້ອງປະເຊີນໜ້າ ຍ້ອນລະບົບສະໜອງສິນຄ້າໃນໂລກຖືກຕັດຕອນ, ເຮັດໃຫ້ລາຄາພະລັງງານ, ສະບຽງອາຫານເພີ່ມຂຶ້ນສູງ, ປະກົດມີປັດໄຈຢຸດອຶດອາດຊັກຊ້າ, ໄຟເງິນເຟີ້ເພີ່ມຂຶ້ນສູງໃນທົ່ວໂລກ. ປີນີ້, ກະຊວງແຜນການ ແລະ ການລົງທຶນ ໄດ້ຍົກອອກລະດັບຄາດຄະເນດ້ວຍຄວາມລະມັດລະວັງທີ່ສຸດນັ້ນແມ່ນ ຫວຽດນາມ ບັນລຸໄດ້ລະດັບການເຕີບໂຕກວ່າ 7% ແລະ ໄຟເງິນເຟີ້ສືບຕໍ່ຢູ່ໃນລະດັບຕ່ຳກວ່າ 4%. ຫວຽດນາມ ກໍບັນລຸໄດ້ວົງເງິນນຳເຂົ້າ - ສົ່ງອອກຢ່າງໃຫຍ່ຫຼວງ, ເຊິ່ງຄາດວ່າຈະບັນລຸເຖິງ 750 ຕື້ USD, ປະມານທົບ 2 ເທົ່າຍອດມູນຄ່າ GDP.

ຕອບກັບ

ຂ່າວ/ບົດ​ອື່ນ