ຫວຽດ​ນາມ ສືບ​ຕໍ່​ຮັບ​ພົນ​ລະ​ເມືອງ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ຮ້ອຍ​ຄົນ ກັບ​ຄືນ​ເມືອ​ປະ​ເທດ

(VOVWORLD) -ທ່າອາກາດສະຍານສາກົນ ເກີ່ນເທີ ໄດ້ຮັບເຮືອບິນ 2 ລຳທີ່ສົ່ງພົນລະເມືອງ ຫວຽດນາມ 360 ຄົນ ຈາກ ສິງກະໂປ ກັບຄືນເມືອປະເທດ.
ຫວຽດ​ນາມ ສືບ​ຕໍ່​ຮັບ​ພົນ​ລະ​ເມືອງ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ຮ້ອຍ​ຄົນ ກັບ​ຄືນ​ເມືອ​ປະ​ເທດ - ảnh 1ທ່າອາກາດສະຍານສາກົນ ເກີ່ນເທີ ໄດ້ຮັບເຮືອບິນ 2 ລຳທີ່ສົ່ງພົນລະເມືອງ ກັບຄືນເມືອ ປະເທດ 

ວັນທີ 7 ມີນາ, ທ່າອາກາດສະຍານສາກົນ ເກີ່ນເທີ ໄດ້ຮັບເຮືອບິນ 2 ລຳທີ່ສົ່ງພົນລະເມືອງ ຫວຽດນາມ 360 ຄົນ ຈາກ ສິງກະໂປ ກັບຄືນເມືອປະເທດ. ພາຍຫຼັງລົງຈອດຢູ່ສະໜາມບິນ, ຜູ້ໂດຍສານໃນສອງຖ້ຽວບິນດັ່ງກ່າວ ໄດ້ນັບການກວດສຸຂະພາບ ແລະ ສົ່ງໄປປະຕິບັດການແຍກຕົວຢູ່ແຂວງ  ເບັ໊ນແຈ, ຈ່າວິງ ແລະ ເຮົ້າຢາງ.

        ກ່ອນໜ້ານັ້ນ, ວັນທີ 6 ມີນາ, ທ່າອາກາດສະຍານສາກົນ ເກີ່ນເທີ ກໍໄດ້ຮັບເຮືອບິນ 2 ລຳ ທີ່ສົ່ງພົນລະເມືອງ ຫວຽດນາມ ຫຼາຍກວ່າ 300 ຄົນ ຈາກ ມາເລເຊຍ ກັບຄືນເມືອປະເທດ ແລະ ແຂກໂດຍສານໄດ້ປະຕິບັດການແຍກຕົວຢູ່ ແຂວງ ຕ່ຽນຢາງ ແລະ ແຂວງ ຫວິງລອງ.


ຕອບກັບ

ຂ່າວ/ບົດ​ອື່ນ